ກົມພາສີສະຫວັນນະເຂດ ແຈ້ງຫາເຈົ້າຂອງລົດທີ່ຖືກຢຶດ ໃຫ້ເຂົ້າໄປດຳເນີນແກ້ໄຂຄະດີ ຖ້າກາຍ 21 ວັນ ຖືວ່າສະຫລະສິດ


ວັນທີ 15 ກຸມພາ 2024, ກົມພາສີປະຈໍາແຂວງສະຫວັນນະເຂດ ແຈ້ງມາຍັງຜູ້ເປັນເຈົ້າຂອງລົດທີ່ຖືກເຈົ້າຫນ້າທີ່ຕໍາຫລວດຢຶດຢູ່ ຈຸດປະສານງານບ້ານດົງສະຫວັນ, ເມືອງເຊໂປນ ແຂວງສະຫວັນນະເຂດ ໃຫ້ເຂົ້າໄປພົວພັນນໍາລັດຖະການພາສີ ເພື່ອດໍາເນີນການແກ້ໄຂຄະດີຕາມລະບຽບກົດໝາຍ ລາຍລະອຽດມີດັ່ງນີ້:
1. ລົດກະບະ FORD ລຸ້ນ RANGER Raptor 4ປະຕູສູງ ສີຂາວ ພວງມະໄລຊ້າຍ ແຮງ 2.000 ຊີຊີ ເລກຈັກ YN2RPX 493147, ເລກຮ່າງ MPBAMFEG0PX 493147
2. ລົດກະບະ FORD ລຸ້ນ RANGER Raptor 4ປະຕູສູງ ສີຂາວ ພວງມະໄລຊ້າຍ ແຮງ 2.000 ຊີຊີ ເລກຈັກ YN2RPX510483, ເລກຮ່າງ MPBAMFEG0PX 510483
ສະນັ້ນ ຖ້າຫາກບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງພາກສ່ວນໃດ ຫາກເປັນເຈົ້າຂອງພາຫະນະດັ່ງກ່າວນີ້ ໃຫ້ເຂົ້າມາພົວພັນນໍາລັດຖະການພາສີ ຢູ່ຫ້ອງການພາສີປະຈໍາແຂວງສະຫວັນນະເຂດ, ພາຍໃນກໍານົດ 21ວັນ ( ຕາມວັນລັດຖະການ ) ເລີ່ມແຕ່ວັນໄດ້ອອກປະກາດແຈ້ງການ ສະບັບນີ້ເປັນຕົ້ນໄປ, ຖ້າກາຍກໍານົດດັ່ງກ່າວ ຈະຖືວ່າເຈົ້າຂອງສະຫລະສິດ ສໍາລັບພາຫະນະຈະຕົກເປັນຂອງລັດ ຕາມກົດໝາຍ.