ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ - 428403784 928591812287609 3014172349026810545 n - ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ
ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ - kitchen vibe - ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

ວັນທີ 14 ກຸມພາ 2024, ອົງການກວດສອບແຫ່ງລັດ ຈັດພິທີເຊັນບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ເຊັນໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດສອບແຫ່ງລັດ ເຊັນໂດຍ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ.

ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ - Visit Laos Visit SALANA BOUTIQUE HOTEL - ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

ການປັບປຸງບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ແມ່ນອີງໃສ່ການປັບປຸງທີ່ຕັ້ງ ພາລະບົດບາດ ໜ້າທີ່ຂອງອົງການກວດກາແຫ່ງລັດ, ພ້ອມນີ້ກໍເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດ ທີ່ໄດ້ເນັ້ນໜັກໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເພີ່ມທະວີການປະຕິບັດພາລະບົດບາດໜ້າທີ່ ໃນການຄົ້ນຄ້ວາ, ພິຈາລະນາ, ວິໄຈບັນຫາ ແລະ ຫາວິທີແກ້ໄຂຜົນຂອງການກວດກາ, ຜົນຂອງການກວດສອບໃຫ້ເປັນປົກກະຕິ, ເຂັ້ມງວດ, ລາຍງານຕໍ່ສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ໃຫ້ທັນກັບສະພາບການ.

ການປັບປຸງບົດບັນທຶກການປະສານງານ ລະຫວ່າງ ສອງອົງການ ໄດ້ດໍາເນີນມາເປັນຄັ້ງທີ 2 ຊຶ່ງໄດ້ປັບປຸງບົດບັນທຶກການປະສານງານອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ (ສະບັບທຳອິດ) ທີ່ໄດ້ລົງນາມເຊັນຮັບຮອງ ໃນປີ 2013 ມາເປັນບົດບັນທຶກປະສານງານ ສະບັບປີ 2015 ສະເພາະຄັ້ງນີ້ແມ່ນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຊຶ່ງໄດ້ມີການບັບປຸງເພີ່ມເຕີມເນື້ອໃນໃຫ້ຄົບຖ້ວນ ແລະ ຮັດກຸມຂຶ້ນກວ່າເກົ່າ.

ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ - 3 - ເຊັນບົດບັນທຶກປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!