ປະທານາທິບໍດີໂກລົມບີປະກາດສະຖານະການສຸກເສີນຢູ່ເມືອງໂມໂກອາ ຫລັງເກີດເຫດດິນເຈື່ອນຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 254 ຄົນ (ມີຄິບວິດີໂອ)
April 2, 2017 - 2:33 PM


ສື່ທ້ອງຖິ່ນລາຍງານວ່າ: ຝົນທີ່ຕົກລົງມາຢ່າງໜັກໃນຄືນວັນທີ 31 ມີນາແລ້ວນີ້ ໄດ້ສົ່ງຜົນໃຫ້ລະດັບນ້ຳຢູ່ ແມ່ນ້ຳຫລາຍສາຍເພີ່ມຂຶ້ນຢ່າງວ່ອງໄວ ແລະ ໄດ້ໄຫລເຂົ້າຖ້ວມເຮືອນ ແລະ ຂົວເພເສຍຫາຍຫລາຍຫລັງ. ນອກ ຈາກນີ້ ກະແສນ້ຳຍັງສົ່ງຜົນໃຫ້ເກີດແຜ່ນດິນພັງຖະຫລົ່ມຢູ່ຫລາຍພື້ນທີ່ຂອງເມືອງດັ່ງກ່າວ.
ເຈົ້າໜ້າທີ່ບັນເທົາທຸກຂອງໂກລົມບີລາຍງານວ່າ: ຮອດປັດຈຸບັນນີ້ພົບຜູ້ເສຍຊີວິດຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມແລ້ວຈຳນວນ 254 ຄົນ. ຂະນະທີ່ສະພາກາແດງເປີດເຜີຍວ່າ: ມີຜູ້ສູນຫາຍຢ່າງໜ້ອຍ 220 ຄົນ ແລະ ບາດເຈັບອີກ 202 ຄົນ.
ສື່ຕ່າງປະເທດລາຍງານວ່າ: ທາງການໂກລົມບີໄດ້ສົ່ງກຳລັງທະຫານ ແລະ ຕຳຫລວດຫລາຍກວ່າ 1.100 ຄົນ ເຂົ້າໄປເພື່ອໃຫ້ການຊ່ວຍເຫລືອຜູ້ປະສົບໄພຢ່າງຮີບດ່ວນແລ້ວ, ແຕ່ປະຕິບັດການກູ້ໄພເປັນໄປດ້ວຍຄວາມຍາກ ລຳບາກ ເນື່ອງຈາກຖະໜົນຫລາຍເສັ້ນຖືກຕັດຂາດບວກກັບສະພາບອາກາດຍັງບໍ່ຄ່ອຍດີ.