ອຸຕຸເຕືອນ! ວັນທີ 12-18 ກຸມພາ 2024 ອາກາດຍັງຈະສືບຕໍ່ໜາວເຢັນຢູ່ແຕ່ລະພາກ ແລະມີຝົນຕົກໃນລະດັບຄ່ອຍ ທັງມີລົມພັດແຮງ
February 12, 2024 - 5:06 PM


ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດ ໃນໄລຍະວັນທີ 12-18 ກຸມພາ 2024 ວ່າ: ຄວາມກົດດັນສູງຂອງອາກາດເຢັນຍັງມີກໍາລັງປານກາງປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຮ້ອນ.
ສໍາລັບແຂວງ ພາກເໜືອ, ແຂວງ ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນ ຫາ ໜາວຫລາຍ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍ ທັງມີລົມພັດແຮງຢູ່ບາງທ້ອງຖິ່ນ.