GDP ອິນໂດເນເຊຍ ຂະຫຍາຍຕົວ 5,05% ໃນປີ 2023


ວັນທີ 5 ກຸມພາ, ສໍານັກງານສະຖິຕິຂອງອິນໂດເນເຊຍເປີດເຜີຍວ່າ: ເສດຖະກິດອິນໂດເນເຊຍຂະຫຍາຍຕົວ 5,05% ເມື່ອທຽບໃສ່ປີຕໍ່ປີ ໃນປີ 2023 ເຊິ່ງຕໍ່າກວ່າການຂະຫຍາຍຕົວໃນລະດັບ 5,31% ຂອງປີກ່ອນໜ້າ.
ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວແຕ່ລະໄຕມາດຈາກ 4,94% ໃນໄຕມາດທີ 3 (ກໍລະກົດ-ກັນຍາ) ເປັນ 5,04% ໃນໄຕມາດສຸດທ້າຍຂອງປີກ່ອນ.
ທ່ານ ອາມາເລີຍ ວິດຢາຊານຕີ ຮັກສາການຜູ້ອໍານວຍການສໍານັກງານສະຖິຕິຂອງອິນໂດເນເຊຍ ຖະແຫລງວ່າ: ເຖິງວ່າເສດຖະກິດໂລກຈະຂະຫຍາຍຕົວຊ້າ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກຫລຸດລົງ, ແຕ່ GDP ຂອງອິນໂດເນເຊຍຍັງຂະຫຍາຍຕົວຕໍ່ເນື່ອງໃນອັດຕາ 5,05%.
ເກາະທີ່ມີ GDP ເພີ່ມຂຶ້ນຫລາຍທີ່ສຸດ ໄດ້ແກ່ ກາລິມັນຕັນ ເຊິ່ງເປັນທີ່ຕັ້ງຂອງເມືອງຫລວງແຫ່ງໃໝ່ທີ່ກໍາລັງກໍ່ສ້າງ ແລະ ເກາະສຸລາເວສີ ແລະ ມາລູກູ ເຊິ່ງເປັນທີ່ຕັ້ງຂອງການລົງທຶນໃນທຸລະກິດປາຍນໍ້າຂອງແຮ່ນິກເກິລ.
ລາຍງານລະບຸວ່າ: ການຮັກສາອຸປະສົງພາຍໃນປະເທດເປັນອີກປັດໄຈໜຶ່ງທີ່ຊຸກຍູ້ການເຕີບໃຫຍ່ດັ່ງກ່າວ, ຂະນະທີ່ອັດຕາເງິນເຟີ້ຖືກຄວບຄຸມຢູ່ລະດັບນ້ອຍກວ່າ 3%.