ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ

ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ - Untitled 2 - ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ
ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ - kitchen vibe - ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ

ສິງກະໂປ ເຊິ່ງເປັນໜຶ່ງໃນປະເທດປອດໄພທີ່ສຸດຂອງໂລກ ກຽມບັງຄັບໃຊ້ກົດໝາຍຕິດຄຸກຜູ້ກະທໍາຜິດຮ້າຍແຮງແບບບໍ່ມີກໍານົດ ໂດຍສະເພາະຄົນຮ້າຍຄະດີຂົ່ມຂືນ ແລະ ຄາດຕະກໍາ.

ວັນທີ 6 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະພາສິງກະໂປມີມະຕິໃນວັນທີ 5 ກຸມພາຜ່ານມາ ຮັບຮອງກົດໝາຍລົງໂທດເພື່ອຍົກລະດັບຄວາມປອດໄພສາທາລະນະຄວບຄຸມຜູ້ກະທໍາຄວາມຜິດອາຍາຮ້າຍແຮງ ໂດຍສະເພາະທີ່ກ່ຽວຂ້ອງກັບການຄາດຕະກໍາ, ການຂົ່ມຂືນ ແລະ ການລ່ວງລະເມີດທາງເພດເຍົາວະຊົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ທຸກຝ່າຍວ່າ: ຜູ້ກະທໍາຜິດໃນຄະດີເຫລົ່ານັ້ນ ເຊິ່ງກໍາລັງຮັບໂທດຢູ່ໃນຄຸກ ຈະບໍ່ກະທໍາຜິດຊໍ້າອີກເມື່ອໄດ້ຮັບການປ່ອຍຕົວ.

ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ - Visit Laos Visit SALANA BOUTIQUE HOTEL - ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ

ທັງນີ້, ການລົງໂທດຕິດຄຸກຂັ້ນຕໍ່າສໍາລັບຄົນຮ້າຍໃນຄະດີດັ່ງກ່າວຈະຢູ່ລະຫວ່າງ 5-20 ປີ ຂຶ້ນຢູ່ກັບການພິຈາລະນາຂອງສານ. ເຖິງຢ່າງໃດກໍຕາມ, ຖ້າມີການກວດສອບພົບວ່າ: ຜູ້ກະທໍາຜິດມີຄວາມສ່ຽງສູງຈະກັບມາກໍ່ເຫດທີ່ເປັນອັນຕະລາຍຕໍ່ສັງຄົມ ຕ້ອງຮັບໂທດຕິດຄຸກອີກຕໍ່ໄປແບບບໍ່ມີກໍານົດ ໂດຍຈະໄດ້ຮັບອິດສະຫລະພາບເມື່ອຜູ້ຊ່ຽວຊານພິຈາລະນາ ແລະ ໃຫ້ຄວາມເຫັນຕາມຫລັກການແລ້ວວ່າ: ຜູ້ຄຸມຂັງຄົນດັ່ງກ່າວຈະບໍ່ກັບມາກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມອີກ.

ປັດຈຸບັນ ສິງກະໂປເປັນໜຶ່ງໃນປະເທດທີ່ມີກົດໝາຍເຂັ້ມງວດທີ່ສຸດໃນໂລກ ເຖິງວ່າເຍົາວະຊົນຈະກະທໍາຄວາມຜິດອາດຕ້ອງຮັບໂທດດ້ວຍການຕີ. ຂະນະທີ່ອັດຕາການເກີດອາດຊະຍາກໍາຢູ່ສິງກະໂປມີພຽງ 0,2 ຕໍ່ປະຊາກອນ 100.000 ຄົນ ຢູ່ໃນກຸ່ມຕໍ່າທີ່ສຸດຂອງໂລກ.

ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ - 5 - ສະພາສິງກະໂປຜ່ານກົດໝາຍ ໃຫ້ອາດຊະຍາກອນຄະດີຮ້າຍແຮງຕິດຄຸກບໍ່ມີກໍານົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!