ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17

ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17 - 411642136 762781005878369 6717492532669624554 n - ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17
ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17 - kitchen vibe - ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17

​ທ່ານ ຈັນເພັງ ພັນທຸອາມາດ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ລາຍງານວ່າ: ໃນງານບຸນມະຫະກຳບຸນຊ້າງ ທີ່ຈະຈັດຂຶ້ນ ໃນວັນທີ 12-18 ກຸມພາ 2024 ນີ້, ຄະນະຮັບຜິດຊອບການຈັດງານ ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບແຕ່ລະໜ້າວຽກຢ່າງລະອຽດແລ້ວ ໂດຍສະເພາະການຕິດຕາມ ແລະ ຄຸ້ມຄອງການຈໍາໜ່າຍສິນຄ້າພາຍໃນງານ ໂດຍສະເພາະງານຕະຫລາດນັດ ຊຶ່ງປີນີ້, ຈະຈັດຂຶ້ນໃຫຍ່ກວ່າປີຜ່ານມາ ແລະ ມີຫລາກຫລາຍສິນຄ້າ. ໃນນີ້, ສໍາຄັນແມ່ນຈະເນັ້ນໃສ່ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອປ) ເພື່ອສົ່ງເສີມການຜະລິດຂອງປະຊາຊົນ ຊຶ່ງຄະນະຮັບຜິດຊອບຈະເອົາໃຈໃສ່ກວດກາ ເຊັ່ນ: ການຕິດລາຄາສິນຄ້າເປັນເງິນກີບ, ກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້າອື່ນໆ. ນອກຈາກນີ້, ຍັງຈະເອົາໃຈໃສ່ຄຸ້ມຄອງລາຄາຄ່າບໍລິການບັນດາສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ, ຄຽງຄູ່ກັບການຄຸ້ມຄອງເພື່ອຮັບປະກັນໃຫ້ສາມາດສະໜອງສະບຽງອາຫານພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນງານ.

​ທ່ານໃຫ້ຮູ້ຕື່ມວ່າ: ໃນແຕ່ລະໜ້າວຽກ ແມ່ນມີຄະນະຮັບຜິດຊອບຢ່າງລະອຽດແລ້ວ ຊຶ່ງທຸກຄົນຈະເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດທີ່ສຸດ  ໃນນີ້, ຖ້າຫາກພົບເຫັນການລະເມີດ ຫລື ສວຍໂອກາດຂຶ້ນລາຄາສິນຄ້າຕາມ ລໍາພັງໃຈ, ການໂລບຕາຊີງ, ສິນຄ້າບໍ່ໄດ້ມາດຕະຖານ, ສິນຄ້າໝົດອາຍຸ ແລະ ອື່ນໆ  ຈະມີການສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝຕາມລະບຽບການຢ່າງເໝາະສົມຕາມແຕ່ລະກໍລະນີໜັກເບົາຢ່າງເໝາະສົມ.

​ ພາຍໃນງານຈະມີຫລາຍກິດຈະກໍາສໍາຄັນທີ່ຕິດພັນກັບຊ້າງ ເຊັ່ນ: ການເດີນຂະບວນຂອງຊ້າງ, ການສູ່ຂວັນຊ້າງ, ການສະແດງຂອງຊ້າງຄໍາຮູ້, ການບໍລິການຂີ່ຊ້າງຊົມຕົວເມືອງ ແລະ ອື່ນໆ.

ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17 - 4 - ແຂວງໄຊຍະບູລີ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນງານມະຫະກໍາບຸນຊ້າງ ຄັ້ງທີ 17
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!