ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ

ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ - Untitled 1 - ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ
ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ - kitchen vibe - ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ

ກອງທັບອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ ທີ່ເຊື່ອວ່າໄດ້ຮັບການສະໜັບສະໜູນຈາກອີຣານ ແລະ ເປັນຜູ້ຢູ່ເບື້ອງຫລັງການກໍ່ເຫດໃຊ້ໂດຣນໂຈມຕີໃສ່ຖານທັບອາເມລິກາຢູ່ຈໍແດນໃກ້ຊາຍແດນຊິຣີ ຈົນເຮັດໃຫ້ມີທະຫານອາເມລິກາເສຍຊີວິດ 3 ຄົນ ໃນທ້າຍອາທິດຜ່ານມາ.

ໂດຍກອງທັບອາເມລິກາໂຈມຕີໃສ່ຖານທີ່ໝັ້ນຂອງກອງກໍາລັງພິທັກການປະຕິວັດອີຣານ (IRGC) ແລະ ເຄືອຂ່າຍຢູ່ອີຣັກ ແລະ ຊິຣີ ເຊິ່ງມີເປົ້າໝາຍ 85 ກວ່າຈຸດໃນ 7 ພື້ນທີ່ສໍາຄັນ (4 ແຫ່ງຢູ່ຊິຣີ ແລະ 3 ແຫ່ງຢູ່ອີຣັກ) ຖືກໂຈມຕີພາຍໃນໄລຍະເວລາ 30 ນາທີ.

ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ - Visit Laos Visit SALANA BOUTIQUE HOTEL - ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ

ທ່ານ ຈອນ ເຄີບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ ລະບຸວ່າ: ການໂຈມຕີດັ່ງກ່າວຖືເປັນການຕອບໂຕ້ຊຸດທໍາອິດຈາກກອງທັບອາເມລິກາ ແລະ ຜ່ານມາບໍ່ມີການຕິດຕໍ່ສື່ສານລະຫວ່າງອາເມລິກາ ແລະ ອີຣານນັບແຕ່ມີເຫດການໂດຣນໂຈມຕີ ຈົນເຮັດໃຫ້ທະຫານອາເມລິກາເສຍຊີວິດ 3 ຄົນຢູ່ຈໍແດນ. ພ້ອມເນັ້ນວ່າ: ເປົ້າໝາຍຂອງການໂຈມຕີຄັ້ງນີ້ ທາງກອງທັບອາເມລິກາໄດ້ເລືອກມາແລ້ວ ເພື່ອຫລີກເວັ້ນການບາດເຈັບລົ້ມຕາຍຂອງພົນລະເຮືອນ.

ປະຕິບັດການນີ້ມີການໃຊ້ເຮືອບິນຖິ້ມລະເບີດ B1 ເຊິ່ງມີປະສິດທິພາບໃນການທໍາລາຍສູງ. ເບື້ອງຕົ້ນຍັງບໍ່ມີການປະເມີນຄວາມເສຍຫາຍທີ່ເກີດຂຶ້ນ, ແຕ່ທະຫານລະດັບສູງຂອງກອງທັບອາເມລິກາຂ້ອນຂ້າງໝັ້ນໃຈວ່າ: ສະຖານທີ່ທີ່ຖືກໂຈມຕີລ້ວນໄດ້ຮັບຄວາມເສຍຫາຍຢ່າງໜັກ. ພ້ອມລະບຸວ່າ: “ປະຕິບັດການຕອບໂຕ້ນີ້ຈະບໍ່ຈົບລົງພຽງ (ຄໍ່າຄືນ) ວັນນີ້”.

ຫລາຍຝ່າຍເບິ່ງວ່າ: ອີຣັກ ແລະ ຊິຣີກາຍເປັນສະໜາມຮົບສໍາລັບອາເມລິກາ ແລະ ອີຣານອີກ ໂດຍອີຣານຫລຸດພົ້ນຈາກການຕອບໂຕ້ໂດຍກົງຈາກກອງທັບອາເມລິກາ. ຂະນະທີ່ອີຣັກ ແລະ ຊິຣີຕ້ອງເປັນຝ່າຍເສຍຫາຍແທນ ທ່າມກາງຄວາມກັງວົນວ່າ: ສະໜາມຮົບຄວາມຂັດແຍ່ງຢູ່ຕາເວັນອອກກາງຈະຍິ່ງຂະຫຍາຍຕົວ ແລະ ເຄັ່ງຕຶງຂຶ້ນ.

ອ້າງອີງ:

ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ - 3 - ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!