ຮອງປະທານປະເທດ ຮຽກຮ້ອງໃຫ້ສົ່ງເສີມປະຊາຊົນລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າ ແລະ ປູກພືດເປັນສິນຄ້າ
February 2, 2024 - 3:11 PM


ວັນທີ 1 ກຸມພາ 2024 , ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ, ໂອກາດນີ້ ທ່ານ ຮອງປະທານປະເທດ ມີຄຳເຫັນໂອ້ລົມປະຊາຊົນກຸ່ມບ້ານອາໂນ, ເມືອງຫຼາ ເຊິ່ງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນ ເຮັດໃຫ້ຫຼາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ, ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາແຂວງ-ເມືອງ ສືບຕໍ່ເອົາໃຈໃສ່ຊຸກຍູ້ ການຜະລິດ, ເສດຖະກິດຂອງປະຊາຊົນ ໂດຍຊອກຫາແນວພັນໃໝ່ ແລະ ເຕັກນິກການຜະລິດແບບໃໝ່ທີ່ທັນສະ ໄໝເຂົ້າຊ່ວຍໃນການຜະລິດ, ສົ່ງເສີມໃຫ້ປະຊາຊົນລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າ ແລະ ປູກພືດເປັນສິນຄ້າ ເຊັ່ນ: ມັນຕົ້ນ, ສາລີ ແລະ ອື່ນໆ, ເອົາໃຈໃສ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດໃຫ້ໝົດໄປ, ສືບຕໍ່ເຮັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ມີຄວາມໜັກແໜ້ນ.