ປາຣິສ ແຊັງແຊັກແມັງ ພ້ອມໃຫ້ເງິນໂບນັດ ຊານເຊດ 10 ລ້ານປອນ ຫາກສົນໃຈຮ່ວມທີມ
October 2, 2017 - 4:36 PM




ຊານເຊດ ຍັງເຫຼືອສັນຍາ ກັບ ອາເຊນອລ ຈົນເຖິງໄລຍະ ກາງປີໜ້າເທົ່ານັ້ນ ແລະ ເບິ່ງ ຄືວ່າຕັດສິນໃຈທີ່ຈະບໍ່ຕໍ່ສັນຍາອອກໄປ ເຮັດໃຫ້ສາມາດເຈ ລະຈາກັບສະໂມສອື່ນໆຢ່າງ ອິດສະລະ ເພື່ອເຊັນສັນຍາກ ລ່ວງໜ້າ ກ່ອນຍ້າຍແບບບໍ່ມີ ຄ່າໂຕ ໂດຍ ກ່ອນໜ້ານີ້ ຣິນ ມາດຣິດ, ບາເຢິນ ມິວນິກ, ແມນເຊສເຕີ ຊິຕີ ແລະ ເຊລຊີ ຕ່າງຕົກເປັນຂ່າວຢາກໄດ້ ຊານເຊດ ໄປຮ່ວມທີມ ແຕ່ຫຼ້າ ສຸດກາຍເປັນ ປາຣິສ ແຊັງ ແຊັກແມັງ ທີ່ຖືກຍົກໃຫ້ເປັນ ໂຕເຕັງທີ່ຈະຄວ້າໂຕໄປຮ່ວມ ທີມ.
ລາຍງານລະບຸວ່າ: ປາ ຣິສ ແຊັງແຊັກແມັງ ພ້ອມທີ່ຈະ ມອບເງິນໃຫ້ກັບ ຊານເຊດ ເຖິງ 10 ລ້ານປອນ ຫາກລາວ ຕົກລົງເຊັນສັນຍາກັບພວກ ເຂົາໃນເດືອນມັງກອນນີ້ ແຖມ ພ້ອມມອບຄ່າຈ້າງຈຳນວນ ມະຫາສານໃຫ້ນຳອີກ ຫຼັງ ຈາກທີ່ພາດຫວັງໄດ້ໂຕລາວ ມາແລ້ວຄັ້ງໜຶ່ງ ໃນໄລຍະລະ ດູການຜ່ານມາ.