ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ

ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ - 2023 06 09 06 48 11  1 1030x1030 1 - ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ
ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ - kitchen vibe - ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 23 ມັງກອນ 2024 ມີຜູ້ໃຊ້ຕິກຕ໋ອກທ່ານໜຶ່ງອອກມາໂພສເຕືອນ ຫລັງຈາກທີ່ເປັນຜູ້ພິການທາງການໄດ້ຍິນ ເມື່ອຕິດເຊື້ອຈາກການກິນຊີ້ນດາດ ເຊິ່ງເປັນການຕິດເຊື້ອຈາກຊີ້ນໝູດິບພຽງເລັກໜ້ອຍ ທີ່ຢູ່ປາຍໄມ້ຖູ່.

ໂດຍຜູ້ໂພສໄດ້ເລົ່າວ່າ: ຈາກອາການທີ່ເປັນເຍື່ອຫຸ້ມສະໝອງອັກເສບບວກກັບເປັນພະຍາດຫູດັບ ຄືນທຳອິດ ຫລັງຕົນໄດ້ໄປກິນຊີ້ນດາດມາ ມີໄຂ້ຂຶ້ນສູງ, ຄືນທີສອງ ໄປຫາທ່ານໝໍ ຢູ່ໂຮງໝໍເອກະຊົນ ຫລັງຈາກນັ້ນກິນຢາແລ້ວເຊົາໄຂ້. ຄືນທີສາມ ຕໍ່ມາ ມີອາການເຈັບຫົວຂ້າງດຽວ, ຮູ້ສຶກໜັກແຂນຂາ ເໜັງບໍ່ໄດ້, ຫລັງຈາກນັ້ນຈຶ່ງໄປໂຮງໝໍ ແລ້ວນອນຫລັບໄປ 5 ວັນ, ພໍຕື່ນຂຶ້ນມາ ຫູທັງສອງເບື້ອງບໍ່ໄດ້ຍິນ, ຂາຍ່າງບໍ່ໄດ້, ທ່ານໝໍໃຫ້ຢາຂ້າເຊື້ອທຸກ 12 ຊົ່ວໂມງ ແລະ ໄດ້ປິ່ນປົວຢູ່ໂຮງໝໍ ເຖິງ 44 ວັນ ຈຶ່ງໄດ້ອອກໂຮງໝໍ.

ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ - Visit Laos Visit SALANA BOUTIQUE HOTEL - ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ

ເຊິ່ງໃນຂັ້ນຕອນການປິ່ນປົວ ຕ້ອງໄດ້ຜ່າຕັດ, ໃຫ້ຢາຂ້າເຊື້ອ, ສັກຢາ ເພື່ອເຮັດໃຫ້ຫູກັບມາໄດ້ຍິນ ແລະ ທຳກາຍຍະບຳບັດເພື່ອໃຫ້ກັບມາຍ່າງໄດ້. ປັດຈຸບັນອາການດີຂຶ້ນແລ້ວ, ຫູໄດ້ຍິນເລັກໜ້ອຍ, ທ່ານໝໍໃຫ້ໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ຜູ້ກ່ຽວກ່າວວ່າ: ຢາກແຊຣເປັນອຸທາຫອນໄວ້ ໃຫ້ທຸກຄົນໃຊ້ຊີວິດຢ່າງລະມັດລະວັງບໍ່ຄວນກິນຊີ້ນໝູທີ່ບໍ່ສຸກ. ເຊິ່ງກໍລະນີຂອງຕົນແມ່ນຕື່ນມາຫູດັບ ເພາະຕິດເຊື້ອພະຍາດຫລັງຈາກກິນຊີ້ນດາດ ຍ້ອນໃຊ້ໄມ້ອັນດຽວກັນຄີບຊີ້ນດິບ ແລະ ສຸກ.

ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ - 4 - ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!