ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ

ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ - 20016 - ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ
ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ - kitchen vibe - ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ

ທ່ານ ປັນຍາ ໄຊຍະແສງ ປະທານສານປະຊາຊົນ ແຂວງ ອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຊຸດທີ II ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ ສານປະຊາຊົນ ແຂວງ ອັດຕະປື ມີຄະດີທັງໝົດ 227 ເລື່ອງ, ໃນນັ້ນ: ຄະດີຄ້າງມາ ມີ 44 ເລື່ອງ, ຄະດີເຂົ້າໃໝ່ ມີ 183 ເລື່ອງ, ຄະດີຂັ້ນອຸທອນ 7 ເລື່ອງ, ຄະດີຍັງຄ້າງ 72 ເລື່ອງ. ສ່ວນຄະດີທີ່ພົ້ນເດັ່ນ ປະເພດຄະດີອາຍາ ແມ່ນການຄ້າຂາຍຢາເສບຕິດ, ການມີໄວ້ເສບ, ສໍ້ໂກງຊັບຂອງລັດ ແລະ ຂຸດຄົ້ນຊັບພະຍາກອນ, ຄະດີແພ່ງ ແມ່ນການບໍ່ປະຕິບັດສັນຍາຊື້ – ຂາຍ, ກູ້ຢືມ, ຍົກເລີກສັນຍາ ແລະ ຮ້ອງຂໍໃບຕາດິນເສຍ, ຄະດີຄອບຄົວ ແມ່ນການຂໍຢ່າຮ້າງສາຍຜົວ-ເມຍ, ຄະດີການຄ້າ ແມ່ນ: ການບໍ່ປະຕິບັດສັນຍາກູ້ຢືມ, ຄະດີເດັກ ແມ່ນການຄ້າຂາຍຢາເສບຕິດ ແລະ ລັກຊັບພົນລະເມືອງ.

ໃນປີ 2024 ສານປະຊາຊົນແຂວງ ອັດຕະປື ຈະສືບຕໍ່ການບໍລິຫານຄະດີ ໂດຍການປັບປຸງກົນໄກ ແລະ ຂັ້ນຕອນຂອງການດຳເນີນຄະດີໃຫ້ວ່ອງໄວຂຶ້ນກວ່າເກົ່າ, ຊຸກຍູ້ສົ່ງເສີມໃຫ້ຄູ່ຄວາມເຂົ້າຮ່ວມໃນການດຳເນີນຄະດີ, ປະກອບຫລັກຖານແລະ ໂຕ້ແຍ້ງ ໃນການດຳເນີນຄະດີໃຫ້ຫລາຍຂຶ້ນ, ເອົາໃຈໃສ່ຕໍ່ການຂຽນຄໍາຕັດສິນ, ຄຳພິພາກສາໃຫ້ມີຄວາມລະອຽດຈະແຈ້ງ ຕອບທຸກຂໍ້ສະເໜີຂອງຄູ່ຄວາມ ດ້ວຍເຫດຜົນທາງດ້ານຫລັກຖານ ແລະ ກົດໝາຍ ແລະ ຈະສືບຕໍ່ແກ້ໄຂຄະດີທີ່ເຂົ້າມາສານປະຊາຊົນແຂວງອັດຕະປື ໃຫ້ບັນລຸເກີນ 85% ຂອງຄະດີທັງໝົດ.

ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ - Visit Laos Visit SALANA BOUTIQUE HOTEL - ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ

 

ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ - 5 - ປີ 2024 ສານປະຊາຊົນແຂວງອັດຕະປື ຈະແກ້ໄຂຄະດີໃຫ້ບັນລຸເກີນ 85% ຂອງຄະດີທັງໝົດທີ່ເຂົ້າມາສານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!