ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ

ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ - kitchen vibe - ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ

ໃນໂອກາດທີ່ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ລົງຢ້ຽມຢາມພົບປະເຜົ່າກຣີ (ຕອງເຫລືອງ) ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ໃນວັນທີ 14 ມັງກອນ 2024, ທ່ານ ເສີດ ແສງສຸລິນ ເຈົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ສະເໜີຕໍ່ຄະນະ ທ່ານຮອງປະທານສະພາແຫ່ງຊາດ ໃຫ້ອົງການຈັດຕັ້ງຂັ້ນສູນກາງ, ຂັ້ນແຂວງ ມີແຜນງານໂຄງການພັດທະ ນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາ ວັດທະນະທໍາວິຖີ ການດຳລົງຊີວິດແບບດັ້ງເດີມຂອງ ເຜົ່າກຣີ ຫຼ ເຜົ່າຕອງເຫຼືອງ ໃຫ້ມີຄວາມຍືນຍົງ ໂດຍປາສະຈາກບຸກຄົນເຂົ້າແຊກແຊງ ເພື່ອຫາຜົນປະໂຫຍດໃສ່ຕົນເອງ ແລະ ສະເໜີໃຫ້ເຜົ່າກຣີ ເປັນເຜົ່າທີ 9 ຂອງເມືອງພຽງແຂວງໄຊຍະບູລີ,ປັດຈຸບັນເຜົ່າກຣີ ມີທັງໝົດ 20 ຄົນ, ຍິງ 10 ຄົນ, ເດັກ ນ້ອຍ ເກນອາຍຸເຂົ້າຮຽນ 4 ຄົນ, ເດັກນ້ອຍອາຍຸ 4 ເດືອນປາຍ 1 ຄົນ ແລະ ມີພາສາປາກເວົ້າເປັນຂອງຕົນເອງ ເອີ້ນວ່າພາສາ ມາບຣີ ເຊິ່ງຈັດຢູ່ໃນໝວດພາສາມອນ ຂະແມ.

 

ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ - Visit Laos Visit SALANA BOUTIQUE HOTEL - ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ

ເຜົ່າກຣີ ແມ່ນເຜົ່າໜຶ່ງທີ່ດໍາລົງຊີວິດ ຢູ່ໃນເມືອງພຽງ ມາເປັນເວລາຫລາຍປີ ອາໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນສ່ວນໃຫຍ່, ເຂົາເຈົ້າຈະບໍ່ຢູ່ແບບຖາວອນ ຈະການເຄື່ອນຍ້າຍໄປຕາມປ່າຕາມດົງ ບ່ອນທີ່ອຸດົມສົມບູນ ແລະ ຢູ່ແບບກະແຈກກະຈາຍ ບ່ອນລະຄອບຄົວ ສອງຄອບຄົວ,ການອົບພະຍົບເຄື່ອນຍ້າຍ ມີລັກສະນະໝູນວຽນຄືນມາບ່ອນເກົ່າ; ດ້ວຍເຫດນີ້ ເຂົາເຈົ້າຈຶ່ງສາມາດຮູ້ແຫລ່ງທີ່ມາຂອງອາຫານ ການກິນ ແລະ ຂອບເຂດການລ່າສັດປ່າ ໄດ້ເປັນຢ່າງດີ,  ເມື່ອອາຫານເລີ່ມຫາຍາກ ເຂົາເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່, ເຜົ່າຕອງເຫລືອງ ຈະບໍ່ທໍາການຜະລິດແບບຈິງຈັງ ສ່ວນຫລາຍອາໄສຫາກິນຕາມທໍາມະຊາດ, ບາງຄັ້ງໂຊກດີຫາອາຫານມາໄດ້ຫລາຍ ກໍນໍາເອົາມາແລກເຄື່ອງມືຫາກິນ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ

 

ປັດຈຸບັນ, ເຂົາເຈົ້າ ຮູ້ນໍາໃຊ້ວັດຖຸທໍາມະຊາດ ດັດແປງມາຮັບໃຊ້ຊີວິດປະຈໍາວັນຫລາຍຂຶ້ນ ມີຄວາມເບີກບານທາງດ້ານອາລົມຈິດ ເຊັ່ນ: ການຮ້ອງລຳທໍາເພງ, ບາງຄັ້ງກໍອອກເປັນພາສາລາວ ແລະ ພາສາ ມາບຣີ ທັງຮູ້ຈັກນຸ່ງໂສ້ງ, ນຸ່ງເສື້ອ, ຮູ້ກິນອາຫານທີ່ເຮົາແຕ່ງໃຫ້ກິນ, ອາດເວົ້າໄດ້ວ່າເຂົາເຈົ້າ ຍັງບໍ່ຮູ້ທໍາການຜະລິດກະສິກໍາ ໃນການດັດແປງທໍາມະຊາດ ມາຮັບໃຊ້ຊີວິດການເປັນຢູ່ເທື່ອ.

ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ - 4 - ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ
ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ - 5 - ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ
ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ - 3 - ສະເໜີໃຫ້ມີແຜນພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງເຜົ່າຕອງເຫລືອງ