ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ

ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ - 1022 - ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ
ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ - kitchen vibe - ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ

ວັນທີ 14 ມັງກອນ 2024 ໄດ້ມີການເຜີຍແຜ່ເຫດການຊາຍຄົນໜຶ່ງໄດ້ທຳຮ້າຍຮ່າງກາຍຍິງຄົນໜຶ່ງຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ ຢ່າງໂຫດຮ້າຍທາລຸນ ມີທັງໃຊ້ຕີນເຕະ ຕີນຖີບຫົວ, ກຳປັ້ນຕີໜ້າຕີຫົວ, ໃຊ້ຄັນຮົ່ມຟາດຫົວຟາດຫລັງຈຳນວນນັບຄັ້ງບໍ່ຖ້ວນ, ດຶງຜົມຈົນປີ້ນກິ້ງລົງຄ້ອຍພູ ແລະ ອື່ນໆ ຈົນຜູ້ຍິງຄົນດັ່ງກ່າວໄດ້ຮັບບາດເຈັບຫລາຍບ່ອນໃນຮ່າງກາຍ ເຊັ່ນ: ຫົວແຕກ, ມີຮ່ອຍບາດຊ້ຳທົ່ວຮ່າງກາຍຫລາຍຈຸດ.

ຕໍ່ເຫດການດັ່ງກ່າວ ຜູ້ທີ່ໄດ້ເຫັນຄິບວີດີໂອການທຳຮ້າຍຮ່າງກາຍອັນໂຫດຮ້າຍປ່າເຖື່ອນຂອງຊາຍໜຸ່ມທີ່ກະທຳຕໍ່ຜູ້ຍິງ ທຸກຄົນຕ່າງມີຄວາມຫົດຫູໃຈ ແລະ ໄດ້ສະແດງຄວາມຄິດເຫັນປະນາມການໃຊ້ຄວາມຮຸນແຮງຂອງຊາຍໜຸ່ມຄົນນັ້ນ ພ້ອມທັງຕັ້ງຄຳຖາມວ່າເປັນຫຍັງຊາຍຄົນດັ່ງກ່າວນັ້ນຈຶ່ງມີຈິດໃຈອຳມະຫິດແທ້ ເຖິງແມ່ນວ່າຈະຜິດໃຈກັນເລື່ອງໃດກໍຕາມກໍບໍ່ຄວນຈະໃຊ້ຄວາມຮຸນແຮງກັບເພດຍິງເຖິງປານນັ້ນ ແລະ ຄວາມຄິດເຫັນອື່ນຢ່າງຫລວງຫລາຍເຊິ່ງລ້ວນແລ້ວແຕ່ ກ່າວປະນາມການໃຊ້ຄວາມຮຸນແຮງ.

ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ - Visit Laos Visit SALANA BOUTIQUE HOTEL - ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ

ໃນຄິບວີດີໂອ ມີຕອນໜຶ່ງຂະນະທີ່ຊາຍໜຸ່ມຄົນດັ່ງກ່າວໄດ້ຢ່າງຕາມຫລັງຍິງສາວແລ້ວໃຊ້ຜ້າຟາດໃສ່ຫລັງຍິງສາວເປັນໄລຍະໄລຍະ ດີທີ່ມີເຈົ້າໜ້າທີ່ເຂົ້າມາລະງັບເຫດແລະຄວບຄຸມຕົວຊາຍຄົນນັ້ນໄປສືບສ່ວນສອບສວນຫາສາເຫດຂອງການກະທຳດັ່ງກ່າວ ແລະ ໄດ້ນຳຕົວຍິງສາວທີ່ຖືກທຳຮ້າຍຮ່າງກາຍໄປຮັກຕົວຢູ່ໂຮງໝໍ.

ການກະທຳແນວນີ້ ອາດເຂົ້າຂ່າຍຜິດກົດໝາຍອາຍາ ຕາມປະມວນກົດໝາຍອາຍາມາດຕາ 194 ການທຳຮ້າຍຮ່າງກາຍ, ບຸກຄົນໃດຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບໂດຍເຈດຕະນາ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກ ປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ, ກໍລະນີທີ່ການກະທຳຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີ ການບາດເຈັບສາຫັດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກ ປັບໃໝແຕ່ 10.000.000 ກີບ ຫາ 30.000.000 ກີບ, ກໍລະນີການກະທຳຜິດ ຫາກໄດ້ເຮັດໃຫ້ເສຍອົງຄະ, ພິການ ຫຼື ເສຍຊີວິດ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ເຈັດປີ ຫາ ສິບຫ້າປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບຫາ 50.000.000 ກີບ.

ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ - 4 - ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!