ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ

ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ - 416868560 902871661526291 7898574137801224043 n - ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ
ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ - kitchen vibe - ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ

ໂດຍ : ຜາຕຸງ

ນັບແຕ່ທ້າຍປີ 2023 ຫາຕົ້ນປີ 2024 ນີ້ ຈະເຫັນວ່າ ອົງການປົກຄອງແຕ່ລະທ້ອງຖິ່ນຕ່າງກໍງັດເອົາກົນລະຍຸດ ຍຸດທະວິທີຕາມທ່າແຮງທີ່ມີໃນແຕ່ລະບ່ອນທີ່ຕິດພັນກັບ ວັດທະນະທຳ ທຳມະຊາດ ແລະ ປະຫວັດສາດຂອງຕົນຕົນອອກມາຜ່ານການຈັດກິດຈະກຳຕ່າງໆເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າໄປທ່ອງທ່ຽວສຳຜັດກັບ ວັດທະນະທຳ ທຳມະຊາດແລະ ປະຫວັດສາດທີ່ມີໃນທ້ອງຖິ່ນຕົນໃຫ້ຫຼາຍຂຶ້ນ ແລະໄດ້ຖືເອົາເລີກເອົາຍາມແຫ່ງການເປີດປີທ່ອງທ່ຽວລາວ 2024 ປະກາດແຫຼ່ງທ່ອງທ່ຽວທີ່ໂດດເດັ່ນເປັນເອກະລັກຕິດພັນກັບຮີດຄອງວັດທະນະທຳຂອງຊາດຂອງເຜົ່າ ເປັນມໍລະດົດແຫ່ງຊາດລະດັບທ້ອງຖິ່ນໄປພ້ອມໆກັນ.

ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ - Visit Laos Visit SALANA BOUTIQUE HOTEL - ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ

ປັດຈຸບັນນີ້ເຫັນວ່າມີຫຼາຍແຂວງໄດ້ຈັດຂຶ້ນແລ້ວ ແລະ ຍັງມີອີກຫຼາຍແຂວງພວມກະກຽມສ້າງທຸກເງື່ອນໄຂເພື່ອເປີດປີທ່ອງທ່ຽວ 2024 ໃຫ້ມີຄວາມມ່ວນຊື່ນເຕັມໄປດ້ວຍເອກະລັກ ສີສັນວັດທະນະທຳຂອງທ້ອງຖິ່ນຕົນເພື່ອເອກອ້າງຕໍ່ສາຍຕາຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ສຳລັບ ແຂວງວຽງຈັນກໍພວມກະກຽມຈັດ 20 ກິດຈະກຳໃນໂອກາດປີທ່ອງທ່ຽວລາວ 2024 ຊຶ່ງຈະມີພິທີເປີດປີທ່ອງທ່ຽວລາວຂອງແຂວງຢ່າງເປັນທາາງກາານໃນວັນທີ 14 ກຸມພາ 2024ນີ້ ທີ່ເມືອງວັງວຽງ ຈະຈັດຂຶ້ນພ້ອມກັບການຈັດງາານເທສະການໝາກກ້ຽງຫວານຂອງເມືອງວັງວຽງ.

ສຳລັບປີທ່ອງທ່ຽວລາວ 2024 ແຂວງວຽງຈັນໄດ້ກະກຽມທັງໝົດ20ກິດຈະກຳຢູ່ໃນຫັ້ນເປັນລະດັບແຂວງ7ກິດຈະກຳ ປະກອບມີ ບຸນກິນຈຽງເຜົ່າມົ້ງຢູ່ເມືອງໂພນໂຮງ, ບຸນຊ່ວງເຮືອບ້ານເກິນ ເມືອງທຸລະຄົມ, ງານເທສະການໝາກຂາມຫວານ ເມືອງຊະນະຄາມ, ງານເທສະການໝາກກ້ຽງຫວານເມືອງວັງວຽງ, ງານສະເຫຼີມສະຫຼອງພະທາດດອນແກ້ວ ເມືອງໂພນໂຮງ; ງານເທສະການສາມໝື່ນຕູບເຟືອງເມືອງເຟືອງ; ງານແຫ່ນາງສັງຂານ ບຸນປີໃໝ່ລາວຢູ່ເມືອງວັງວຽງ; ທັງໝົດນີ້ແມ່ນກິດຈະກຳຕິດພັນທີ່ຂັ້ນແຂວງກະກຽມຈັດສະເຫຼີມສະຫຼອງໃຫ້ມີຄວາມມ່ວນຊື່ນລື່ນເລີງ.

ສ່ວນ 12 ກິດຈະກຳຂັ້ນເມືອງ ນັ້ນແຂວງຈະໄດ້ສຸມໃສ່ນຳພາຊີ້ນຳໃຫ້ເມືອງຈັດຂຶ້ນໃນອີກບໍ່ດົນນີ້ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າໄປທ່ຽວແຂວງວຽງຈັນນັບມື້ຫຼາຍຂຶ້ນ, ປະກອບໃຫ້ງານປີທ່ອງທ່ຽວນີ້ໃຫ້ມັນມີຂະບວນການທີ່ຟົດຟື້ນ, ສ່ວນ1ກິດຈະກຳລະດັບຊາດແມ່ນໄດ້ກຳນົດເອົາ ບຸນກິນຈຽງພີ່ນ້ອງເຜົ່າມົ້ງເປັນກິດຈະກຳລະດັບຊາດທີ່ເປັນເອກະລັກຂອງເຜົ່າມົ້ງທີ່ໄດ້ຈັດຂຶ້ນໃນແຕ່ລະປີສືບທອດກັນມາ ແລະ ມີບາງກິດຈຳກຳກໍ່ໄດ້ຈັດຕັ້ງປະຕິບັດຜ່ານໄປແລ້ວ, ປະຈຸບັນທຸກກິດຈະກຳພວມໄດ້ຮັບການກະຽມຢ່າງຕໍ່ເນື່ອງ.

ປີ 2023 ຜ່ານມາມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງວຽງຈັນທັງໝົດ ຫຼາຍກວ່າ 817.300 ເທື່ອຄົນ ມີນັກທ່ອງທ່ຽວຕ່າງປະເທດ ຫຼາຍກວ່າ 211.230 ກວ່າເທື່ອຄົນທຽບໃສ່ປີ 2022 ເພີ່ມຂຶ້ນເກືອບ 500.000 ຄົນ ສຳລັບປີ 2024 ນີ້ ເຊິ່ງເປັນປີທ່ອງທ່ຽວລາວ ແຂວງວຽງຈັນວາງຄາດໝາຍຈະດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ໄດ 1.000.000 ຄົນ ເມືອວັງວຽງ ເມືອງເຟືອງ ແລະເມືອງແກ້ວອຸດົມແມ່ນສາມເມືອງສຳຄັັນທີ່ຈະດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າໝູ່.

ແນວໃດກໍດີ ຜູ້ປະກອບການທຸລະກິດທີ່ພົວພັນເຖິງການທ່ອງທ່ຽວແລະທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ໃຫ້ຫຼາຍຂຶ້ນໂດຍສະເພາະແມ່ນຄວາມປອດໄພຂອງນັກທ່ອງທ່ຽວ ເພາະຜ່ານມາໄດ້ເກີດກໍລະນີບໍ່ຄາດຝັນເຮັດໃຫ້ນັກທ່ອງທ່ຽວໄດ້ຮັບບາດເຈັບ ແລະ ເສຍຊີວິດຈໍານວນໜ້ອຍໜຶ່ງ. ດັ່ງນັ້ນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວດີຂຶ້ນກວ່າເກົ່າ, ເນື່ອງຈາກໃນໄລຍະຜ່ານມາ ຍັງມີຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງຈໍານວນໜຶ່ງມີຄວາມສ່ຽງ ຍ້ອນລະບຽບຄຸ້ມຄອງບໍ່ຮັດກຸມຢ່າງເຂັ້ມງວດແທ້ ໂດຍສະເພາະການທ່ອງທ່ຽວທາງອາກາດ ເຊັ່ນ: ພາລາມໍເຕີ່, ເຄື່ອງບິນເບົາ, ລວມເຖິງລົດປັກກີ່ ແລະ ລົດໃຫ້ເຊົ່າຕ່າງໆ ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດບາງຄົນຂັບຂີ່ບໍ່ທັນເກັ່ງ ຫລື ບໍ່ເຄີຍຊົມໃຊ້ໃນປະເທດຂອງຕົນມາກ່ອນ, ແຕ່ເມື່ອມາເຫັນແລ້ວຢາກລອງເພື່ອຄວາມມ່ວນຊື່ນຈຶ່ງເຮັດໃຫ້ເກີດອຸບັດເຫດຂຶ້ນ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຄວນມີວາງລະບຽບການຕ່າງໆ ຕໍ່ຜູ້ປະກອບການທ່ອງທ່ຽວໃຫ້ເຂັ້ມງວດຂຶ້ນຕື່ມອີກ ລວມເຖິງການເຂົ້າຫາປະກັນໄພເພື່ອຄໍ້າປະກັນໃນເວລາເກີດອຸບັດເຫດຂອງນັກທ່ອງທ່ຽວ ຫລື ເກີດມາແລ້ວໃຫ້ມີຄວາມພ້ອມໃນການແກ້ໄຂບັນຫາຢ່າງທັນການເພື່ອຮັບປະກັນຄວາມປອດໄພສ້າງຄວາມໝັ້ນໃຈໃຫ້ນັກທ່ອງທ່ຽວ.

ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ - 4 - ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!