ແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ຮັບປະສິດທິຜົນສູງ ແລະ ຄວາມເປັນເອກະພາບ


ວັນທີ 10 ມັງກອນ 2024 ນີ້, ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ ຂັ້ນສູນກາງ ກັບ ທ້ອງຖິ່ນ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ, (ກົມທໍລະນີສາດ ແລະ ແຮ່ທາດ) – (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ),
ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກ່າວວ່າ: ນີ້ກໍເພື່ອກໍານົດ ສິດ, ໜ້າທີ່, ຂອບເຂດ ແລະ ການແບ່ງຄວາມຮັບຜິດຊອບວຽກງານທໍລະນີສາດ ແລະ ແຮ່ທາດ ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງວຽກງານທໍລະນີສາດ ແລະ ແຮ່ທາດ ໃຫ້ໄດ້ຮັບປະສິດທິຜົນສູງ, ຮັບປະກັນໃຫ້ມີຄວາມເອກະພາບ ແລະ ຄວາມຮັບຜິດຊອບຂອງແຕ່ລະຂັ້ນຢ່າງຈະແຈ້ງ, ເປັນລະບົບຕໍ່ເນື່ອງ, ວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ສອດຄ່ອງກັບຈຸດພິເສດຂອງທ້ອງຖິ່ນ, ເປັນລະບົບການຈັດຕັ້ງປະຕິບັດທີ່ມີແຜນການ, ມີການຕິດຕາມ, ກວດກາ, ການສະຫລຸບ, ຕີລາຄາ, ຖອດຖອນບົດຮຽນ, ລາຍງານໃຫ້ຂະແໜງການ ແລະ ການນຳຂັ້ນເທິງເພື່ອຊາບ, ຂໍ້ຕົກລົງສະບັບນີ້ນຳໃຊ້ສະເພາະໃນການປະຕິບັດວຽກງານທໍລະນີສາດ ແລະ ແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ.
ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025), ໂດຍຜັນຂະຫຍາຍຈາກແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຊຸກຍູ້ໂຄງການລົງທຶນສາມາດບັນລຸເປົ້າໝາຍວຽກງານທາງດ້ານເຕັກນິກການຊອກຄົ້ນ ແລະ ສຳຫລວດແຮ່ທາດ, ເປັນເຈົ້າການປະຕິບັດພັນທະແນໃສ່ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ ແລະ ຄຸ້ມຄອງການນຳໃຊ້ຊັບພະຍາກອນແຮ່ທາດເພື່ອການພັດທະນາແຮ່ທາດຕາມທິດສີຂຽວ ແລະ ຍືນຍົງ.