ລົງນາມການສະໜອງ​ອຸປະກອນ​ໄຟຟ້າໃຫ້​ໂຄງການ​ໄຟຟ້າ​ແສງຕາ​ເວັນຢູ່ 2 ​ແຂວງຂອງ​ລາວ

- signing - ລົງນາມການສະໜອງ​ອຸປະກອນ​ໄຟຟ້າໃຫ້​ໂຄງການ​ໄຟຟ້າ​ແສງຕາ​ເວັນຢູ່ 2 ​ແຂວງຂອງ​ລາວ
- kitchen vibe - ລົງນາມການສະໜອງ​ອຸປະກອນ​ໄຟຟ້າໃຫ້​ໂຄງການ​ໄຟຟ້າ​ແສງຕາ​ເວັນຢູ່ 2 ​ແຂວງຂອງ​ລາວ

ພິທີລົງນາມການສະໜອງ​ອຸປະກອນ​ໄຟຟ້າ ​ແລະ ​​ເງິນທຶນ ​ເພື່ອ​ພັດທະ ນາ​ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນຢູ່ແຂວງ​ອັດ​ຕະປື ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 29 ກັນຍານີ້ຢູ່ນະຄອນຫລວງ​ວຽງ​ຈັນລະຫວ່າງທ່ານ ຫາ​ລີ ອາ​ຈູ​ຕັງ (Hari Achuthan) ປະທານບໍລິສັດ ຄອນ​ວອດ​ພະລັງງານຈຳກັດ ແລະ​ ທ່ານ ວາວ​ເຕີ ວັນ​ເວີສ ປະທານ​ບໍລິສັດ ​ເຈ​ເນ​ໂຣ ອີ​ເລັກ​ຕຼິກ ​ແລະ ທ່ານ ບີ​ລີ ​ເບ​ດສ ຕາງໜ້າ​ທະນາຄານ​ ຄາ​ເທ ຢູ​ໄນ​ເຕັດ ຈາກ​ໃຕ້​ຫວັນ, ​ໂດຍ​ມີພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

​  ​ໂຄງການ​ດັ່ງກ່າວ, ແມ່ນບໍລິສັດ​ ເຈ​ເນ​ໂຣ ອີ​ເລັກ​ຕຼີກ ຈະ​ເປັນຜູ້​ສະໜອງ​ບັນດາ​ອຸປະກອນ​ໄຟຟ້າຕ່າງໆ ​ເປັນ​ຕົ້ນ: ​ເຄື່ອງ​ຄວບ​ຄຸມ​ໄຟຟ້າ, ອຸປະກອນ​ໄຟ​ຟ້າ​ເພື່ອ​ສ້າງສາ​ຍສົ່ງ ​ແລະ ສະຖານີ, ສ່ວນ​ທະນາຄານ ຄາ​ເທ ຢູ່ໄນ​ເຕັດ ຈະ​ຊ່ວຍ​ໃນດ້ານ​ການ​ສະໜອງ​ທຶນຮອນ​ໃຫ້​ກັບ​ໂຄງການ ​ແລະ ບໍລິສັດ ດີ​ຈີ​ໂຄ​ເລັກ ຈາກ​ສະຫະລັດ​ອາ​ເມ​ລິ​ກາ ຈະ​ເຮັດ​ໜ້າ​ທີ່​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ລວມ​ເຖິງການ​ສຶກສາວິ​ໄຈຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ-ສັງຄົມ ​ແລະ ບັນດາ​ການ​ສຶກສາ​ທາງ​ວິຊາ​ການທີ່​ກ່ຽວຂ້ອງ​ກັບ​ໂຄງການ.

- Visit Laos Visit SALANA BOUTIQUE HOTEL - ລົງນາມການສະໜອງ​ອຸປະກອນ​ໄຟຟ້າໃຫ້​ໂຄງການ​ໄຟຟ້າ​ແສງຕາ​ເວັນຢູ່ 2 ​ແຂວງຂອງ​ລາວ

ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນແມ່ນ​ການ​ລົງທຶນຂອງສະຫະລັດອາເມ​ລິ​ກາ, ມີມູນ​ຄ່າ​ຫລາຍ​ກວ່າ 400 ລ້ານ​ໂດ​ລາ​ສະຫະລັດ, ຈະ​ເລີ່​ມລົງມື​ກໍ່ສ້າງ​ພາຍ​ໃນ​ປີ 2019 ຢູ່​ເຂດບ້ານ​ນ້ຳ​ເດື່ອ​ເມືອງ​ປາກ​ກະດິງ​ແຂວງ​ບໍລິ​ຄຳ​ໄຊ ທີ່ມີກໍາລັງຕິດຕັ້ງ 50 MW ​ແລະ ຢູ່​ແຂວງ​ອັດ​ຕະປື 250 MW. ​ໂຄງການ​ດັ່ງກ່າວ, ຈະ​ຊ່ວຍ​ສະໜອງ​ຄວາມ​ຫລາກ​ຫລາຍໃນດ້ານ​ການຜະລິດ​ພະລັງງານ​ໄຟຟ້າທີ່ສະອາດ​ຂອງ​ລາວ.

- 4 - ລົງນາມການສະໜອງ​ອຸປະກອນ​ໄຟຟ້າໃຫ້​ໂຄງການ​ໄຟຟ້າ​ແສງຕາ​ເວັນຢູ່ 2 ​ແຂວງຂອງ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!