ມະຫາວິທະຍາໄລແຫ່ງຊາດສິງກະໂປ ມອບນາມມະຍົດວິທະຍາຖານະທາງວິຊາການສາສະດາຈານພິເສດ ໃຫ້ຮອງອະທິການບໍດີ ມວສ


ວັນທີ 8 ມັງກອນ 2024, ມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ໄດ້ມອບນາມມະຍົດ ວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາ ວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ), ເຊິ່ງຈັດຂຶ້ນທີ່ນະຄອນຫລວງວຽງຈັນ.
ນີ້ເປັນຄັ້ງທີ 2 ທີ່ ທ່ານ ມາຍຟອງ ມາຍຊາຍ ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກຜົນງານທາງດ້ານວິຊາການ ໂດຍສະເພາະແມ່ນຜົນສໍາເລັດ ແລະ ຜົນງານດ້ານການສຶກສາຮໍ່າຮຽນ, ການສິດສອນ, ການຄົ້ນຄວ້າວິທະຍາສາດຂອງຕົນເອງ, ລວມທັງການປະກອບສ່ວນສໍາຄັນເຂົ້າໃນການກໍ່ຕັ້ງໜ່ວຍງານ ຫລື ຂະແໜງການດ້ານວິຊາການຕ່າງໆພາຍໃນ ສປປ ລາວ ໂດຍສະເພາະທາງດ້ານສາທາລະນະສຸກ ຫລື ດ້ານສຸຂະພາບ.
ທ່ານ ທີໂອ ອິກອິງ ຄະນະບໍດີໂຮງຮຽນ ຊໍສະວີຮ໋ອກ ໄດ້ມອບໃບຢັ້ງຢືນວິທະຍາຖານະດັ່ງກ່າວໃຫ້ທ່ານ ມາຍຟອງ ມາຍຊາຍ ເພື່ອເປັນການຮັບຮູ້ເຖິງຜົນງານການຄົ້ນຄວ້າທີ່ດີເດັ່ນໃນຂົງເຂດການແພດເຂດຮ້ອນ ການນໍາພາໃນການຮັບມືກັບສິ່ງທ້າທາຍຕ່າງໆໃນດ້ານວຽກງານສຸຂະພາບທົ່ວໂລກ ແລະ ຜົນໄດ້ຮັບທີ່ອາຈານໄດ້ສ້າງຂຶ້ນໃນດ້ານວຽກງານການປະເມີນເຕັກໂນໂລຢີດ້ານສຸຂະພາບ.
ກ່ອນໜ້ານີ້ ໃນເດືອນ ມີນາ 2020 ຜ່ານມາທ່ານ ມາຍຟອງ ມາຍຊາຍ ເຄີຍໄດ້ຮັບຕຳແໜ່ງ ວິທະຍາຖານະສາດສະດາຈານພິເສດຈາກ ມະຫາວິທະຍາໄລ ອ໋ອກຝອດ ປະເທດອັງກິດ.