7 ຂໍ້ຄົງຄ້າງ ໃນການແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ, ເປັນທໍາ ແລະ ວີທີແກ້ໄຂບັນຫາລົດເສຍ ຍັງບໍ່ໄດ້ຮັບຜົນສຳເລັດ
January 5, 2024 - 10:29 AM
ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ມີຄຳເຫັນຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2024 ໃນວັນທີ 4 ມັງກອນ 2024ນີ້ ວ່າ: ເຖິງແມ່ນວ່າກໍາລັງຕໍາຫຼວດ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການເຮັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ ເມື່ອທຽບໃສ່ໜ້າທີ່ການເມືອງ, ສະພາບການອາຊະຍາກໍາໃນສະເພາະໜ້າ ແລະ ຍາວນານ ເຫັນວ່າ ຍັງຫຼາຍສາເຫດ ແລະ ປັດໄຈເຮັດໃຫ້ການແກ້ໄຂຄະດີບາງກໍລະນີຍັງບໍ່ທັນມີຄວາມວ່ອງໄວ, ຍັງບໍ່ທັນຖືກຕ້ອງກັບຄວາມເປັນຈິງ, ຍັງບໍ່ທັນຊັດເຈນທາງດ້ານຂໍ້ມູນຫຼັກຖານ, ການຮັບປະກັນຄວາມເປັນທໍາຍັງບໍ່ທັນພົ້ນເດັ່ນ ເນື່ອງມາຈາກ 7 ຂໍ້ຄົງຄ້າງດັ່ງນີ້:
- ຍ້ອນນາຍ ແລະ ພົນຕໍາຫຼວດຈໍານວນໜຶ່ງ ຍັງຮັບຮູ້-ເຂົ້າໃຈ, ແນວຄິດສະດຸ້ງໄວຕໍ່ສະພາບການຍັງຈໍາກັດ, ແນວຄິດຮັກຊາດ-ປົກປ້ອງຊາດບໍ່ທັນກວ້າງຂວາງ, ການປົກປ້ອງໜ້າທີ່ການເມືອງໃນໄລຍະໃໝ່ ໃນຂົງເຂດໜ້າທີ່ວຽກງານຂອງຕົນຮັບຜິດຊອບຈໍານວນໜຶ່ງຍັງບໍ່ທັນໜັກແໜ້ນ;
- ການຄົ້ນຄວ້າປຶກສາຫາລືໃນໝູ່ຄະນະຕໍ່ຂົງເຂດວຽກງານທີ່ຕົນຮັບຜິດຊອບ ບໍ່ທັນເຮັດຢ່າງຕໍ່ເນື່ອງ, ຍັງເຮັດແບບພໍໃຜພໍລາວ ບໍ່ທັນລວມສູນເປັນເອກະພາບ, ເປັນມະຕິດ້ວຍກັນ ຕະຫຼອດຮອດແບບແຜນວິທີການຄົ້ນຄວ້າສ້າງແຜນການ, ມອບໝາຍໃຫ້ບຸກຄົນຮັບຜິດຊອບ, ຂັ້ນຕອນລະອຽດແຕ່ລະບາດກ້າວ, ຄວາມວ່ອງໄວຕໍ່ໜ້າສະພາບການເຫັນວ່າ ບາງຈໍານວນຍັງເຮັດບໍ່ທັນໄດ້ດີ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່;3. ການຄົ້ນຄວ້າ, ການຕີລາຄາຄະດີ ທີ່ຕົນຮັບຜິດຊອບຍັງບໍ່ທັນເລີກເຊິ່ງ, ຍັງບໍ່ທັນຮັບປະກັນຕໍ່ແນວທາງ, ກົດໝາຍ ແລະ ຫຼັກການວິຊາສະເພາະ;
- ການນໍາພາ-ຊີ້ນໍາ-ບັນຊາຂອງຜູ້ເປັນຫົວໜ້າ ຫຼື ຄະນະຢູ່ແຕ່ລະຂັ້ນຕໍ່ຄະດີທີ່ຕົນຮັບຜິດຊອບ ບາງທ່ານ-ບາງກອງບັນຊາການ ຍັງບໍ່ທັນໄດ້ເອົາໃຈໃສ, ບໍ່ທັນຖືເປັນສໍາຄັນ, ການຊີ້ນໍາຍັງແບບລວມໆ ຫຼື ສ່ວນຫຼາຍມັກມອບໃຫ້ແຕ່ຂັ້ນລຸ່ມ ຫຼື ອ້າຍນ້ອງເປັນຜູ້ຈັດຕັ້ງປະຕິບັດ, ຍັງຂາດການເອົາໃຈໃສ່ຕິດຕາມ, ກວດກາຄວາມຄືບໜ້າຂອງຄະດີ, ຍັງບໍ່ທັນເຄັ່ງຮ້ອນໄປຕາມເວລາທີ່ກົດໝາຍກໍານົດ;
- ສະຕິຄວາມເປັນເຈົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຄວາມເປັນແບບຢ່າງທີ່ດີໃນການແກ້ໄຂຄະດີບາງຄົນຍັງບໍ່ທັນຕັ້ງໜ້າເຮັດ, ການປະຕິບັດກົດໝາຍຍັງບໍ່ທັນເຂັ້ມງວດ, ບາງຄົນຍັງສວຍໂອກາດສວຍໃຊ້ໜ້າທີ່, ສ້າງພາບພົດບໍ່ດີໃຫ້ແກ່ກໍາລັງ;
- ການປະສານສົມທົບລະຫວ່າງບັນດາເຫຼົ່າລົບວິຊາສະເພາະດ້ວຍກັນ ຫຼື ລະຫວ່າງສູນກາງ ກັບ ທ້ອງຖິ່ນໃນການຮ່ວມກັນແກ້ໄຂບັນຫາປາກົດການຫຍໍ້ທໍ້, ການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ ຍັງບໍ່ທັນເປັນປົກກະຕິ, ບໍ່ທັນຕໍ່ເນື່ອງ ແລະ ບໍ່ທັນກົມກຽວກັນເທື່ອ ເຮັດໃຫ້ການແກ້ໄຂບາງຄະດີຊັກຊ້າ, ບາງກໍລະນີທ້ອງຖິ່ນແກ້ໄຂບໍ່ໄດ້ແລ້ວ ແລະ ໝົດອາຍຸການສືບສວນ-ສອບສວນແລ້ວ ຈຶ່ງໂອນມາຫາສູນກາງ, ຮ່ວມມືກັນແກ້ໄຂຄະດີຂຶ້ນຍັງຈໍາກັດ ເຮັດໃຫ້ບາງຄະດີບໍ່ສໍາເລັດຕາມຈຸດປະສົງ ແລະ ແຜນການ;
- ບັນຫາລົດເສຍ ໂດຍສະເພາະລົດຈັກ ເຫັນວ່າເປັນບັນຫາແກ່ຍາວມາດົນແລ້ວ ແລະ ຍັງແກ້ໄຂບໍ່ທັນໄດ້ເດັດຂາດ ເນື່ອງຈາກວ່າເຈົ້າໜ້າທີ່ວິຊາສະເພາະ ຍັງບໍ່ທັນກໍາແໜ້ນເປົ້າໝາຍ, ບໍ່ທັນກໍາແໜ້ນພື້ນທີ່, ບໍ່ກໍາແໜ້ນຈຸດຈໍາໜ່າຍ, ບໍ່ທັນກໍາແໜ້ນເສັ້ນທາງການຂົນສົ່ງ ແລະ ຫຼົບຫຼີກເຈົ້າໜ້າທີ່ ເຮັດໃຫ້ການລັກລົດຈັກຢູ່ນະຄອນຫຼວງວຽງຈັນ ມີທ່າອຽງເພີ່ມຂຶ້ນແຕ່ລະວັນ, ຈາກນະຄອນຫຼວງໄປຕ່າງແຂວງ ກໍເພີ່ມຂຶ້ນເນື່ອງຈາກຍັງມີຄວາມຕ້ອງການນໍາໃຊ້ພາຫະນະລາຄາຖືກສູງຢູ່ຕ່າງແຂວງ.