ແຜ່ນດິນໄຫວຢູ່ຍີ່ປຸ່ນມີຜູ້ເສຍຊີວິດສູງເກີນເຄິ່ງຮ້ອຍແລ້ວ ຜູ້ຊ່ຽວຊານພົບສັນຍານນັບແຕ່ປີ 2020


ຜູ້ເສຍຊີວິດຈາກໄພພິບັດຄັ້ງໃຫຍ່ຢູ່ພາກກາງຂອງຍີ່ປຸ່ນເພີ່ມເປັນ 50 ກວ່າຄົນແລ້ວ, ສ່ວນຜູ້ຊ່ຽວຊານພົບສັນຍານທາງທໍລະນີວິທະຍາບໍລິເວນນີ້ນັບແຕ່ປີ 2020.
ວັນທີ 3 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທາງການແຂວງອິຊິກາວະ ທາງຕອນກາງຂອງຍີ່ປຸ່ນ ລາຍງານຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງ 7,6 ແມກນິຈູດ ໃນວັນທີ 1 ມັງກອນຜ່ານມາ ເພີ່ມເປັນຢ່າງໜ້ອຍ 57 ຄົນ, ສ່ວນຫລາຍຢູ່ເມືອງວາຈິມະ ເຊິ່ງເປັນພື້ນທີ່ສູນກາງຂອງແຜ່ນດິນໄຫວ ແລະ ປະຊາຊົນຫລາຍກວ່າ 50.000 ຄົນ ຕ້ອງອົບພະຍົບ.
ຂະນະທີ່ພາລະກິດຄົ້ນຫາຍັງດໍາເນີນຢູ່ ທ່າມກາງຄວາມກັງວົນຂອງທຸກຝ່າຍວ່າຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ເນື່ອງຈາກພາລະກິດຄົ້ນຫາຍັງບໍ່ສາມາດເຂົ້າເຖິງພື້ນທີ່ອີກຫລາຍແຫ່ງ ແລະ ຍັງມີແຜ່ນດິນໄຫວ ຫລື ອາບເຕີຊ໊ອກ ເກີດຂຶ້ນເປັນໄລຍະ ໂດຍໜຶ່ງໃນອາບເຕີຊ໊ອກ ເຊິ່ງມີການກວດພົບໃນວັນທີ 2 ມັງກອນຜ່ານມາ ມີຄວາມຮຸນແຮງ 5,6 ແມກນິຈູດ.
ຂໍ້ມູນຈາກກົມຂໍ້ມູນຂ່າວສານຍີ່ປຸ່ນລະບຸວ່າ: ເມືອງວາຈິມະ ເຄື່ອນທີ່ໄປທາງທິດຕາເວັນຕົກປະມານ 1,3 ກິໂລແມັດ ແລະ ມີຄວາມສູງຂຶ້ນອີກ 4 ແມັດ ໂດຍເປັນຜົນມາຈາກຄວາມຮຸນແຮງຂອງແຜ່ນດິນໄຫວຄັ້ງນີ້.
ສ່ວນເມືອງອານາມິຊຸ ແລະ ເມືອງຊູຊຸ ຢູ່ແຂວງອິຊິກາວະ ເຄື່ອນທີ່ໄປທາງຕາເວັນຕົກເຊັ່ນກັນ ເປັນໄລຍະທາງປະມານ 1 ແມັດ ແລະ 80 ຊັງຕີແມັດ ຕາມລໍາດັບ. ສ່ວນເມືອງນານາໂອະເຄື່ອນທີ່ໄປທາງຕາເວັນຕົກສຽງເໜືອ ເຂົ້າໃກ້ແຄມຝັ່ງທະເລຍີ່ປຸ່ນຫລາຍຂຶ້ນ 60 ຊັງຕີແມັດ.
ທັງນີ້, ຜູ້ຊ່ຽວຊານພົບພຶດຕິກໍາການເກີດແຜ່ນດິນໄຫວຢູ່ບໍລິເວນທະເລໂນໂຕະ ອ້ອມແຂວງອິຊິກາວະນັບແຕ່ເດືອນທັນວາ 2020 ແລ້ວເກີດແຜ່ນດິນໄຫວມີຄວາມຮຸນແຮງລະດັບ 5-7 ແມກນິຈູດ ໃນເດືອນກັນຍາ 2021 ແລະ ແຜ່ນດິນໄຫວອີກສອງຮອບ ມີຄວາມຮຸນແຮງລະດັບ 6 ແມກນິຈູດ ໃນເດືອນມິຖຸນາ 2022 ແລະ ເດືອນພຶດສະພາ 2023.