ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ - 6864 - ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ
ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ - kitchen vibe - ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

ວັນທີ 3 ມັງກອນ 2024 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືກະກຽມການເປັນປະທານອາຊຽນໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ, ມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ເປັນປະທານ.

ກອງປະຊຸມໄດ້ປຶກສາຫາລືສຳລັບຫົວຂໍ້ບູລິມະສິດຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນໃນປີ 2024 ປະກອບມີ 4 ບູລິມະສິດຄື: ດ້ານວັດທະນະທຳ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນໃຫ້ກວມລວມ ແລະ ຍືນຍົງ; ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງແນວຄວາມຄິດລິເລີ່ມ; ແມ່ຍິງ ແລະ ເດັກນ້ອຍ: ການສົ່ງ ເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍເພື່ອການຫັນປ່ຽນພຶດຕິກຳໃນອາຊຽນ ເຊິ່ງແນວຄວາມຄິດລິເລີ່ມ ແລະ ດ້ານສາທາລະນະສຸກ: ການຫັນປ່ຽນການປັບປຸງສຸຂະພາບຂອງອາຊຽນໃນສະພາບການ ໃໝ່ແນວຄວາມຄິດລິເລີ່ມ.

ທ່ານ ລັດຖະມົນຕີກະຊວງ ຖວທ ກ່າວວ່າ: ການກະກຽມເປັນເຈົ້າພາບກອງປະຊຸມ ສະພາປະຊາຄົມວັດທະນະທຳສັງຄົມອາຊຽນ ໃນປີ 2024 ແມ່ນໄດ້ມີການປະຊຸມພາຍໃນຫລາຍຄັ້ງ ແລະ ໄດ້ມີແຜນການຈັດກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຈຳນວນ 2 ຄັ້ງຄື: ຄັ້ງທີ 31 ແລະ ຄັ້ງທີ 32. ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ຈະໄດ້ຈັດຂຶ້ນໃນວັນທີ 25-30 ມີນາ 2024 ຢູ່ແຂວງຫລວງພະບາງ. ສ່ວນກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຄັ້ງທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ.

ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ - 5 - ກະຊວງ ຖວທ ຫາລືກະກຽມການເປັນປະທານອາຊຽນ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!