ປະທານປະເທດ ອວຍພອນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023 ຕ້ອນຮັບປີໃໝ່ສາກົນ ຄ.ສ 2024
January 2, 2024 - 1:34 PM


ຄໍາອວຍພອນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023 ຕ້ອນຮັບປີໃໝ່ສາກົນ ຄ.ສ 2024
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023 ແລະ ຕ້ອນຮັບປີໃໝ່ ຄ.ສ 2024 ນີ້, ຂ້າພະເຈົ້າ ຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂໍຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ພອນໄຊອັນປະເສີດ ມາຍັງປະຊາຊົນລາວໃນທົ່ວປະເທດ, ພະນັກງານ, ທະຫານ, ຕຳຫຼວດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ຢູ່ ສປປ ລາວ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດ ຢູ່ຕ່າງປະເທດ ທຸກຖ້ວນໜ້າ.
ໃນປີຜ່ານມາ, ເຖິງວ່າ ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບໄປທົ່ວໂລກ ລວມທັງປະເທດຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າ ກໍຂໍສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວທົ່ວປະເທດ ທີ່ໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ມີຄວາມເສຍສະຫຼະອັນສູງສົ່ງ ແລະ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ສາມາດເຮັດໃຫ້ປະເທດເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດສືບຕໍ່ມີບາດກ້າວຂະຫຍາຍຕົວ ໃນທ່ວງທ່າດີຂຶ້ນ. ພ້ອມດຽວກັນນີ້ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ-ຊ່ວຍເຫຼືອ ຂອງເພື່ອນມິດສາກົນ ທີ່ໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນບັນດາຜົນສຳເລັດດັ່ງກ່າວ ຢູ່ປະເທດພວກເຮົາ.
ກ້າວເຂົ້າສູ່ປີໃໝ່ 2024, ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາ ຍັງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ພ້ອມກັນສຸມທຸກກໍາລັງແຮງ, ກໍາລັງໃຈ ແລະ ສະຕິປັນຍາ ເຂົ້າໃນການພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ໃນໂອກາດອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພໍ່ແມ່ ພີ່ນ້ອງ ແລະ ເພື່ອນມິດສະຫາຍ ທັງຫຼາຍ ຈົ່ງມີໂຊກໃໝ່, ໄຊງາມ, ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂໍສົ່ງຄວາມອວຍພອນປີໃໝ່ ຄ.ສ 2024 ໄປຍັງເພື່ອນມິດໃນ ທົ່ວໂລກ ຈົ່ງມີຄວາມສຸກ, ຄວາມຈະເລີນ ແລະ ຂໍໃຫ້ທຸກໆທ່ານ ຈົ່ງມີຊີວິດຢູ່ຮ່ວມກັນບົນໂລກນີ້ ຢ່າງມີສັນຕິພາບ, ປາສະຈາກຄວາມ ວິຕົກກັງວົນໃດໆຕະຫຼອດປີໃໝ່ ດ້ວຍເທີ້ນ !
ໂຊກດີປີໃໝ່!