ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ

ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ - 3011 - ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ
ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ - kitchen vibe - ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ

ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ວັນທີ 29 ທັນວາ 2023 ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າມີການຂົນ, ຂ່ຽນຖ່າຍເຄື່ອງຂອງຈາກລົດບັນທຸກ 22 ລໍ້ ໃສ່ລົດກະບະ ແຕ່ເຊົ້າມືດທີ່ສົງໃສວ່າມີການລະເມີດລະບຽບການ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ 2 ເຂດບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ດັ່ງນັ້ນ, ຄະນະກວດກາ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ຊີ້ນໍາໃຫ້ຄະນະເຈົ້າໜ້າທີ່ກວດກາການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລົງກວດກາສະພາບຕົວຈິງ ພົບເຫັນມີສິນຄ້າເທິງລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ເປັນຜະລິດຕະພັນຊີ້ນແຊ່ແຂງ ປະກອບມີຊີ້ນງົວ, ຂາໝູ ແລະ ຕີນໄກ່ ບໍ່ມີເອກະສານຕິດຕາມສິນຄ້າ, ທາງຄະນະເຈົ້າໜ້າທີ່ ຈຶ່ງຢຶດສິນຄ້າໄວ້ຊົ່ວຄາວ ແລ້ວນໍາສິນຄ້າໄປໄວ້ສາງເຢັນ ແລະ ກວດນັບຕົວຈິງ ປະກອບມີ:

ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ - Visit Laos Visit SALANA BOUTIQUE HOTEL - ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ

–        ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ແກັດຂະໜາດ 25 ກິໂລກຣາມ ຈຳນວນ 20 ແກັດ  ເທົ່າກັບ 500 ກິໂລກຣາມ.

–        ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ແກັດຂະໜາດ 20 ກິໂລກຣາມ ຈຳນວນ 85 ແກັດ ເທົ່າກັບ 1.700 ກິໂລກຣາມ.

–        ຊີ້ນງົວ ກາ Green Bull ແກັດຂະໜາດ 20 ກິໂລກຣາມ ຈຳນວນ 5 ແກັດ ເທົ່າກັບ 100 ກິໂລກຣາມ.

–        ຂາໝູ ຜະລິດຕະພັນຈາກ ປະເທດເບຊິນ ແກັດຂະໜາດ 18-20 ກິໂລກຣາມ ຈຳນວນ 25 ແກັດ ເທົ່າກັບ 459 ກິໂລກຣາມ.

–        ຕີນໄກ່ ຜະລິດຕະພັນ CP ຈາກປະເທດຫວຽດນາມ ແກັດຂະໜາດ 15 ກິໂລກຣາມ ຈຳນວນ 595 ແກັດ ເທົ່າກັບ 8.925 ກິໂລກຣາມ.

ສິນຄ້າລວມທັງໝົດມີ 730 ແກັດ ນ້ຳໜັກລວມ 11.684 ກິໂລກຣາມ (ຕາມສິ່ງຫຸ້ມຫໍ່) ຍັງບໍ່ໄດ້ປະເມີນມູນຄ່າ.

ສະນັ້ນ, ຄະນະເຈົ້າໜ້າທີ່ກວດກາການຄ້າ ຈຶ່ງໄດ້ຢຶດສິນຄ້າຈຳນວນດັ່ງກ່າວໄວ້ຊົ່ວຄາວ ໂດຍໄດ້ນຳໄປຝາກໄວ້ທີ່ສາງເຢັນ ແລະ ໄດ້ເຮັດບົດບັນທຶກກວດກາກັບຜູ້ຮັບເໝົາຂົນສົ່ງເຄື່ອງດັ່ງກ່າວ ພ້ອມທັງລະບຸໃຫ້ຂຶ້ນມາແກ້ໄຂຄະດີ ຕາມລະບຽບການພາຍໃນ 3 ວັນລັດຖະການ ນັບແຕ່ມື້ລົງກວດກາເປັນຕົ້ນໄປ.ສິນຄ້າດັ່ງກ່າວ ເປັນສິນຄ້າທີ່ລັກລອບນໍາເຂົ້າມາແບບນອກລະບົບ, ບໍ່ຜ່ານການຢັ້ງຢືນດ້ານສຸຂະອານາໄມສັດ ແລະ ມີການຂົນສົ່ງທີ່ບໍ່ຖືກຕ້ອງຫລັກການສຸຂະອານາໄມທີ່ຂະແໜງການກ່ຽວຂ້ອງກຳນົດ.

ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ - 4 - ຢຶດ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ລັກລອບນໍາເຂົ້າແບບນອກລະບົບ ນ້ຳໜັກຫລາຍກວ່າ 11.000 ກິໂລກຣາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!