ສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມຸ້ງສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ


ຄະນະຜູ້ນໍາກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ທັງ 6 ປະເທດໃຫ້ຄໍາໝັ້ນຮ່ວມສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ ແລະ ການສ້າງຄວາມທັນສະໄໝພາຍໃນພາກພື້ນ.
ວັນທີ 26 ທັນວາ, ສໍານັກຂ່າວຊິນຮົວລາຍງານວ່າ: ຖະແຫລງການຈາກກອງປະຊຸມຜູ້ນໍາກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ທາງອອນລາຍ ລະບຸວ່າ: ຄະນະຜູ້ນໍາຈາກກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຢືນຢັນການເດີນໜ້າເພີ່ມຄວາມໄວ້ວາງໃຈ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ, ການຮ່ວມມືຍຸດທະສາດການພັດທະນາລະດັບປະເທດ, ການດໍາເນີນການຮ່ວມມືທາງປະຕິບັດຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ການຮັບມືຕໍ່ຄວາມທ້າທາຍຮ່ວມກັນ.
ຄະນະຜູ້ນໍາເຫັນພ້ອມ ເຮັດວຽກຮ່ວມກັນເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງໃນອະນຸພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ລວມທັງເພີ່ມຄວາມພະຍາຍາມສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນກຸ່ມປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃຫ້ດີຍິ່ງຂຶ້ນ.
“ຖະແຫລງການເນປີດໍ” ລະບຸວ່າ: ຄະນະຜູ້ນໍາຢືນຢັນຄວາມມຸ້ງໝັ້ນເຮັດວຽກຮ່ວມກັນ ເພື່ອແກ້ໄຂຄວາມທ້າທາຍຮ່ວມ, ເຫັນພ້ອມເດີນໜ້າການພັດທະນາຂອງເຂດການພັດທະນາເສດຖະກິດລ້ານຊ້າງ-ແມ່ນໍ້າຂອງ (LMEDB) ທີ່ມີປະຊາຊົນເປັນສູນກາງ ແລະ ໃຊ້ໂອກາດຈາກຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ ຕະຫລອດຈົນການປ່ຽນຜ່ານທາງອຸດສາຫະກໍາ ເພື່ອກະຕຸ້ນການຟື້ນຕົວທາງເສດຖະກິດ, ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ການຟື້ນຟູພະລັງຄວາມມີຊີວິດຊີວາ.
ນອກຈາກນີ້, ກອງປະຊຸມຍັງໄດ້ສະແດງຄວາມພ້ອມດໍາເນີນການຮ່ວມມືດ້ານຕ່າງໆຢ່າງເລິກເຊິ່ງຍິ່ງຂຶ້ນ, ການຮ່ວມມືກັນສົ່ງເສີມການເຕີບໃຫຍ່ທາງເສດຖະກິດທີ່ຍືນຍົງ ແລະ ເລັ່ງດໍາເນີນຕາມວາລະການພັດທະນາທີ່ຍືນຍົງ ປີ 2030 ຕາມແນວທາງຂອງສະຫະປະຊາຊາດ (UN).
ຄະນະຜູ້ນໍາຢືນຢັນຄວາມຕັ້ງໃຈ ຈະສົ່ງເສີມຂອບການຮ່ວມມື ພາຍໃຕ້ຫລັກການປຶກສາຫາລືຮອບດ້ານ, ມີສ່ວນຮ່ວມສົ່ງເສີມ ແລະ ຜົນປະໂຫຍດຮ່ວມກັນ, ເຄົາລົບ ແລະ ປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ລວມທັງກົດບັດອາຊຽນ, ກົດໝາຍ ແລະ ຂໍ້ບັງຄັບພາຍໃນປະເທດຂອງປະເທດສະມາຊິກ, ພ້ອມກັບຈະເດີນໜ້າຢຶດຖືແນວທາງຄວາມເທົ່າທຽມ, ການພັດທະນາ, ການປະຕິບັດຕົວຈິງ ແລະ ການມີປະສິດທິຜົນ, ການເປີດກວ້າງ ແລະ ຄວບຄຸມ.
ນອກຈາກນັ້ນ, ຄະນະຜູ້ນໍາສະແດງຄວາມເຕັມໃຈຈະສະໜັບສະໜູນການຮ່ວມມືທີ່ມີຄຸນນະພາບສູງ ພາຍໃຕ້ແຜນລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ (BRI), ແຜນລິເລີ່ມການພັດທະນາລະດັບໂລກ (GDI), ແຜນລິເລີ່ມດ້ານຄວາມໝັ້ນຄົງລະດັບໂລກ (GSI) ແລະ ແຜນລິເລີ່ມອະລິຍະທໍາລະດັບໂລກ (GCI) ທີ່ນໍາສະເໜີໂດຍຈີນ.
ກຸ່ມປະເທດສະມາຊິກຍັງເຜີຍແຜ່ແຜນປະຕິບັດວ່າດ້ວຍຂອບການຮ່ວມມື ໄລຍະ 5 ປີ (2023-2027) ເຊິ່ງເນັ້ນສົ່ງເສີມການເປັນປະເທດໃກ້ຄຽງທີ່ດີ, ມິດຕະພາບ ແລະ ການຮ່ວມມືທາງປະຕິບັດໃນກຸ່ມປະເທດຕາມຂອບການຮ່ວມມື, ຂັບເຄື່ອນການພັດທະນາທາງເສດຖະກິດ ແລະ ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ພັດທະນາໃຫ້ແຂງແຮງ ແລະ ຢືດຢຸ່ນຍິ່ງຂຶ້ນ, ຮ່ວມສ້າງພາກພື້ນລ້ານຊ້າງ-ແມ່ນໍ້າຂອງທີ່ສະຫງົບ, ປອດໄພ ແລະ ໝັ້ນຄົງ, ຈະເລີນຮຸ່ງເຮືອງ, ສວຍງາມ ແລະ ຮັກຫອມກົມກຽວ ລວມທັງສ້າງຄວາມກ້າວໜ້າໃໝູ່ສູ່ປະຊາຄົມທີ່ມີອະນາຄົດຮ່ວມກັນ ມຸ່ງສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງທີ່ໃກ້ຊິດຍິ່ງຂຶ້ນ ໃນກຸ່ມປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ທັງ 6 ປະເທດຍັງອອກແຜນລິເລີ່ມຮ່ວມກັນ ວ່າດ້ວຍການພັດທະນາລະບຽງນະວັດຕະກໍາຂອບການຮ່ວມມື ເຊິ່ງລະບຸວ່າການພັດທະນາຂອບການເຮັດວຽກຂອງການຮ່ວມມືທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຫລື STI) ເພື່ອຈະສົ່ງເສີມການພັດທະນາເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ ຕະຫລອດຈົນສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນກຸ່ມປະເທດລ້ານຊ້າງ-ແມ່ນໍ້າຂອງ.