ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ

ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ - 4708 - ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ
ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ - kitchen vibe - ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ

ການມອບ-ຮັບ ໂຄງການຊ່ວຍເຫຼືອດ້ານເຕັກນິກເພື່ອການປັບປຸງລະບົບຫ້ອງອັດສຽງ-ພາບອອນລາຍ ແລະ ລົດຖ່າຍທອດສຽງ-ພາບ ຈາກສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງ ສ.ເກົາຫຼີ (RAPA) ໃຫ້ ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ດຳເນີນໄປໃນຕອນເຊົ້າວັນທີ 26 ທັນວາ ປີ 2023, ທີ່ນະຄອນຫຼວງວຽງຈັນ, ມີທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸວັນ ວິໄລແສງ, ຜູ້ອໍານວຍການໃຫຍ່ ວສລ, ທ່ານ ດຣ. Dr. Jungsu Song, ຮອງປະທານບໍລິຫານສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງສາທາລະນະລັດເກົາຫຼີ (RAPA) ເຂັ້ມຮ່ວມ.

ການຊ່ວຍເຫລືອຂອງໂຄງນີ້ ແບ່ງເປັນ 2 ໄລຍະ ຄື: ໄລຍະທີ່ 1 ປີ 2022, ປະກອບມີອຸປະກອນເຕັກນິກຄົບຊຸດສໍາລັບຫ້ອງສະຕູດີໂອໃຫ່ຍ, ຊຶ່ງສາມາດບັນທຶກສຽງ-ພາບແບບປົກກະຕິ,ຈັດລາຍການສົດ,ຖ່າຍທອດສົດຜ່ານລະບົບອອນລາຍທີ່ທັນສະໄໝ ມາດຕະຖານສາກົນ ລວມທັງການຝຶກອົບຮົມເຕັກນິກວິທີການນໍາໃຊ້ໃຫ້ແກ່ວິຊາການ ມູນຄ່າ 79.385 ໂດລາສະຫະລັດ; ໄລຍະທີ່ 2 ປີ 2023,ລວມມີລົດຖ່າຍທອດສຽງ ແລະ ພາບ OB Van ຈໍານວນ 1 ຄັນ ໂດຍປະກອບອຸປະກອນເຕັກນິກທີ່ທັນສະໄໝຄົບຊຸດ, ອຸປະກອນເຄື່ອງສົ່ງສັນຍານ,ເຄື່ອງຮັບສັນຍານພາບ ແລະ ສຽງຜ່ານດາວທຽມ,ການຝຶກອົບຮົມວິຊາການທາງດ້ານເຕັກນິກໃຫ້ແກ່ວິຊາການລາວເຮົາ, ມູນຄ່າ 230.076 ໂດລາສະລັດ, RAPA ໃຫ້ການຊ່ວຍເຫຼືອ ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ລວມມູນຄ່າ 309.076 ໂດລາ ຫຼື ປະມານ 6,4 ຕື້ກວ່າກີບ.

ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ

ໃນປີ 2020 ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຂຽນບົດສະເໜີຂໍໂຄງການວ່າດ້ວຍການປັບປຸງລະບົບຫ້ອງອັດສຽງ-ພາບອອນລາຍແລະລົດຖ່າຍທອດສຽງ-ພາບພາຍໃຕ້ໂຄງການຊ່ວຍເຫຼືອລ້າ (ODA) ຈາກລັດຖະບານ ແຫ່ງ ສ.ເກົາຫຼີ ໂດຍຜ່ານກະຊວງວິທະຍາສາດ ແລະ ຂໍ້ມູນຂ່າວສານແຫ່ງສ.ເກົາຫຼີ.

ພາຍຫຼັງໄດ້ຮັບການເຫັນດີອະນຸມັດຈາກ ລັດຖະບານ ສ.ເກົາຫຼີ, ສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງ ສ.ເກົາຫຼີ (RAPA)ໄດ້ຮັບການມອບໝາຍໃຫ້ເປັນຜູ້ຕາງໜ້າລັດຖະບານ ສ.ເກົາຫຼີ ແລະ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືກັບ ວສລ ເພື່ອຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າດັ່ງກ່າວ.

อาจเป็นรูปภาพของ 2 คน, เซกเวย์, รถตู้ และ ข้อความ ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ - 414720509 865125912289893 6858272790679298576 n - ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ

 

ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ - 4 - ສ.ເກົາຫລີ ຊ່ວຍເຫລືອປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດ ສຽງ-ພາບ ສູ່ຄວາມທັນສະໄໝ ໃຫ້ ວສລ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!