ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ

ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - 4126020 - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ
ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - kitchen vibe - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ

ກົມນໍ້າປະປາ ກະຊວງໂຍທາທິການ ແລະຂົນສົ່ງ ຮ່ວມກັບພະແນກ ຍທຂ 4 ແຂວງ ແລະ ມູນນິທິ ອີດມິດເວດໄດ້ເປີດການນຳໃຊ້ລະບົບນ້ຳປະປາ4ພື້ນທີ່ ຢູ່ 4ແຂວງຄື: ຫຼວງນ້ຳທາ ໄຊຍະບູລີ ຫຼວງພະບາງ ແລະ ນະຕອນຫຼວງວຽງຈັນ ໄດ້ເປີດການນຳໃຊ້ຢ່າງເປັນທາງການ ໃນ ວັນທີ 22 ທັນວາ 2023ນີ້ ທີ່ເມືອງຈອມເພັດ ແຂວງຫລວງພະບາງ.

ໂຄງການນີ້ ເປັນການຊຸກຍູ້ສົ່ງເສີມດ້ານນໍ້າ ແລະ ສຸຂະອະນາໄມ ພາຍໃຕ້ຮູບແບບການມີສ່ວນຮ່ວມ ລະຫວ່າງພາກລັດ, ເອກະຊົນ ແລະ ແມ່ຍິງ ຫລື ເອີ້ນວ່າ WOBA ໄລຍະ 3 ທີ່ມູນນິທິ ອິດມີດເວດ ປະຈຳລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ຕາງໜ້າໂດຍ ກົມນໍ້າປະປາ ໄດ້ເລີ່ມປະຕິບັດແຕ່ເດືອນມັງກອນ ປີ 2022 ເປັນຕົ້ນມາ ຈົນເຖິງປັດຈຸບັນຈຶ່ງໄດ້ມີການເປີດນໍາໃຊ້ ເຊິ່ງປະກອບມີ: ພື້ນທີ່ເມືອງຈອມເພັດ ແຂວງຫລວງພະບາງ, ບ້ານແກ່ນ-ດອນເຟືອງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ກຸ່ມບ້ານທາດ ເມືອງລອງ ແຂວງຫລວງນໍ້າທາ ແລະ ພື້ນທີ່ບ້ານທ່າກົກໄຮ ນະຄອນຫລວງວຽງຈັນ, ມູນຄ່າການກໍ່ສ້າງຫຼາຍກວ່າ5,5ລ້ານໂດລາສະຫະລັດ, ສໍາລັບພື້ນທີ່ເມືອງຈອມເພັດ ແຂວງຫລວງພະບາງ ແມ່ນສາມາດສະໜອງນໍ້າກວມເອົາ 4 ບ້ານອ້ອມເທດສະບານເມືອງຫລາຍກວ່າ 700 ຫລັງຄາເຮືອນ.

อาจเป็นรูปภาพของ 11 คน ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - 412615658 839580544843443 7189099194996341886 n - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ

ມູນນິທິ ອິດມິດເວດ ປະຈຳລາວ ໄດ້ຊ່ວຍເຫລືອຕິດຕັ້ງນ້ຳປະປາເຂົ້າຄອບຄົວທຸກຍາກ ແລະ ສົມທົບການກໍ່ສ້າງ ທັງໝົດ 1.400.000 ໂດລາສະຫະລັດ, ມີປະຊາຊົນໄດ້ຮັບຜົນປະໂຫຍດທັງໝົດ 37.379 ຄົນ ຈາກ 6.712 ຄົວເຮືອນ ໃນ 4 ເມືອງຂອງ 4 ແຂວງ, ເຊິ່ງໂຄງການດັ່ງກ່າວ ເປັນການປະກອບສ່ວນ ໃຫ້ບັນລຸເປົ້າໝາຍຍຸດທະສາດຂອງລັດຖະບານລາວ ໂດຍເລັ່ງໃສ່ພື້ນທີ່ກຸ່ມບ້ານໃຫຍ່ ແລະ ຕົວເມືອງນ້ອຍໃຫ້ເຂົ້າເຖິງລະບົບນໍ້າປະປາ ແລະ ສຸຂະອະນາໄມແບບຍືນຍົງ ແລະ ໃຫ້ປະຊາຊົນໄດ້ເຂົ້າເຖິງນໍ້າປະປາຢ່າງເທົ່າທຽມ.

ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - 5 - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ
ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - 4 - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ
ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ - 3 - ເປີດນຳໃຊ້ລະບົບນໍ້າປະປາ 4 ແຂວງເປົ້າໝາຍ ມີມູນຄ່າຫລາຍກ່ວາ 5,5 ລ້ານໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!