IAEA ລະບຸ ສປປ ເກົາຫລີ ພັດທະນາອາວຸດ ຢ່າງວ່ອງໄວເປັນໄພຄຸກຄາມຕໍ່ໂລກ

- 1506650239999 960x0 - IAEA ລະບຸ ສປປ ເກົາຫລີ ພັດທະນາອາວຸດ ຢ່າງວ່ອງໄວເປັນໄພຄຸກຄາມຕໍ່ໂລກ
- kitchen vibe - IAEA ລະບຸ ສປປ ເກົາຫລີ ພັດທະນາອາວຸດ ຢ່າງວ່ອງໄວເປັນໄພຄຸກຄາມຕໍ່ໂລກ

ທະບວງ​ການ​ປະລະມານູ​ສາກົນ ຫລື IAEA ​ເຊິ່ງ​ເປັນ​ໜ່ວຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ທີ 29 ກັນຍາ​ວ່າ: ກໍລະນີ​ທີ່ ສປປ ​ເກົາຫລີ ທົດ​ລອງ​ອາວຸດ​ນິວ​ເຄຼຍຄັ້ງທີ 6 ​ໃນ​ວັນ​ທີ 3 ກັນຍາ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ: ສປປ ​ເກົາຫລີ ສາມາດ​ພັດທະນາ​ອາວຸດ​ໄດ້​ຢ່າງ​ວ່ອງ​ໄວ ​ເຊິ່ງຖື​ເປັນ​ໄພ​ຄຸກ​ຄາມ​ໃໝ່​ຂອງ​ໂລກ.

ທ່ານ ຢູກິ​ຢະ ອາມາ​ໂນະ ຜູ້ອຳນວຍການ IAEA ກ່າວ​ຢູ່​ນະຄອນຫລວງ​ເຊ​ອຸນ ຂອງ ສ.​ເກົາຫລີ ວ່າ: ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍຄັ້ງຫລ້າ​ສຸດ​ຂອງ ສປປ ​ເກົາຫລີ ມີ​ຂະໜາດ​ໃຫຍ່ ​ເຊິ່ງມີ​ຄວາມ​ໝາຍວ່າ: ສປປ ​ເກົາຫລີ ມີ​ຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ​ໃນ​ເລື່ອງ​ນີ້ ​ເຊິ່ງ​ເມື່ອ​ພິຈາລະນາ​ໃນ​ດ້ານ​ອື່ນໆ​​ແລ້ວ ຖື​ວ່າ ສປປ ​ເກົາຫລີ ​ເປັນ​ໄພ​ຄຸກ​ຄາມ​ໃໝ່ ​ແລະ ​ເປັນ​ຄຸກ​ຄາມ​ຂອງ​ໂລກ. ທ່ານ ອາມາ​ໂນະ ກ່າວ​ພາຍ​ຫລັງ​ພົບ​ປະ​ຫາລື​ກັບ​ທ່ານ ກັງ ຄາ​ຢຸງ ວາ​ຮາ ລັດຖະມົນຕີ​ຕ່າງປະ​ເທດ ສ.​ເກົາຫລີ ວ່າ: IAEA ບໍ່​ມີ​ຂີດ​ຄວາມ​ສາມາດ​ທີ່​ຈະ​ລະບຸ​ໄດ້​ວ່າ: ສປປ ​ເກົາຫລີ ທົດ​ລອງ​ລະ​ເບີດ​ໄຮ​ໂດ​ເຈນ​ແທ້​ຕາມ​ທີ່ ສປປ ​ເກົາຫລີ ກ່າວ​ອ້າງ ຫລື ບໍ່ ​ໂດຍ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປັດຈຸບັນ​ຄື​ປະຊາ​ຄົມ​ໂລກ​ຈະ​ຕ້ອງ​ສາມັກຄີ​​ເປັນ​ໜຶ່ງ​ດຽວ​ກັນ.

- Visit Laos Visit SALANA BOUTIQUE HOTEL - IAEA ລະບຸ ສປປ ເກົາຫລີ ພັດທະນາອາວຸດ ຢ່າງວ່ອງໄວເປັນໄພຄຸກຄາມຕໍ່ໂລກ
- 4 - IAEA ລະບຸ ສປປ ເກົາຫລີ ພັດທະນາອາວຸດ ຢ່າງວ່ອງໄວເປັນໄພຄຸກຄາມຕໍ່ໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!