ສ.ເກົາຫລີ ແລະ ຈີນ ປະເຊີນກັບສະພາບອາກາດໜາວເຢັນຫລາຍພື້ນທີ່ອຸນຫະພູມຕໍ່າສຸດ -20 ອົງສາ


ຫລາຍເຂດຂອງ ສ.ເກົາຫລີ ປະເຊີນກັບຄື້ນຄວາມໜາວເຢັນ ເຮັດໃຫ້ເກີດຫິມະຕົກໜັກ, ອຸນຫະພູມໃນບາງພື້ນທີ່ແມ່ນຕໍ່າສຸດ -20 ອົງສາ, ໃນຂະນະທີ່ຈີນຍັງປະເຊີນກັບສະພາບອາກາດທີ່ເຢັນທີ່ສຸດ ແລະ ຫິມະຕົກໜັກຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ.
ແຫລ່ງຂ່າວ ສ.ເກົາຫລີ ລາຍງານວັນທີ 24 ທັນວາ 2023 ວ່າ: ສ.ເກົາຫລີ ປະເຊີນກັບຄື້ນຄວາມໜາວເຢັນ ເຮັດໃຫ້ເກີດມີຫິມະຕົກໜັກໃນຫລາຍພື້ນທີ່, ໃນວັນທີ 22 ທັນວາຜ່ານມາ ທີ່ກຸງໂຊລ ມີອຸນຫະພູມຕິດລົບເຖິງ 14.7 ອົງສາ. ໜ່ວຍງານດ້ານສະພາບອາກາດຂອງ ສ.ເກົາຫລີລະບຸວ່າ ໃນພາກພື້ນອື່ນໆຫລາຍແຫ່ງ ອຸນຫະພູມຫລຸດລົງຕໍ່າກວ່າໃນກຸງໂຊລ. ໂດຍສະເພາະແຂວງຄັງວອນທີ່ມີມີອຸນຫະພູມຕ່ຳສຸດໃນຕອນເຊົ້າວັນທີ 23 ທັນວາ -20 ອົງສາ, ພ້ອມມີລົມພັດແຮງທີ່ມີຄວາມໄວສູງກວ່າ 55 ກິໂລແມັດຕໍ່ຊົ່ວໂມງ.
ສ່ວນຢູ່ເວ່ຍໄຫ່ ມົນທົນຊານຕົງ ພາກຕາເວັນອອກຂອງປະເທດຈີນ ຫິມະຕົກໜັກຫລາຍ ເຊິ່ງເປັນໜຶ່ງໃນຫລາຍເຂດຂອງຈີນທີ່ຍັງປະເຊີນກັບສະພາບອາກາດໜາວເຢັນເປັນເວລາຫລາຍກວ່າ 2 ອາທິດ, ໃນທ່າມກາງອຸນຫະພູມ -12 ອົງສາ, ເຮັດໃຫ້ການສັນຈອນຢູ່ເທິງຖະໜົນເປັນອຳມະພາດ. ເຈົ້າໜ້າທີ່ຕ້ອງປິດຖະໜົນຫລາຍເສັ້ນເພາະຫິມະຕົກລົງມາຢ່າງໜັກຈົນເຮັດໃຫ້ພື້ນຖະໜົນກາຍເປັນນ້ຳກ້ອນ. ແຕ່ເສັ້ນທາງລົດໄຟຍັງສາມາດໃຊ້ໄດ້ ສ່ວນການເດີນທາງທາງນ້ຳກໍມີອຸປະສັກຍ້ອນອາກາດໜາວຫລາຍ ເຮັດໃຫ້ນ້ຳກ້ອນລອຍອອກນອກອ່າວປໍ່ໄຫ່ ກວມເອົາເນື້ອທີ່ເກືອບ 7.000 ກິໂລຕາແມັດ. ຈົນຕ້ອງຍົກເລີກເຮືອຂ້າມຝາກ ແລະ ເຮືອທ່ອງທ່ຽວ.