ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ

ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ - 411065740 787905556697086 2046885563387678390 n - ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ
ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ - kitchen vibe - ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ

ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ຕ້ອນຮັບທ່ານ ຈອງຮານຢອນ ຫົວໜ້າກົມນະໂຍບາຍກະສິກຳ ເມືອງກິມຊອນ ແຂວງຄອງຊັງບຸກໂຕ ສ.ເກົາຫລີ ພ້ອມຄະນະ ໃນວັນທີ 13 ທັນວາ 2023 ທີ່ຫ້ອງວ່າການແຂວງຊຽງຂວາງ.

ທ່ານ ຈອງຮານຢອນ ໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມ ແຂວງຊຽງຂວາງໃນຄັ້ງນີ້, ກົມນະໂຍບາຍກະສິກຳ ເມືອງກິມຊອນ ແຂວງຄອງຊັງບຸກໂຕ ສ.ເກົາຫລີ ໄດ້ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ບໍລິສັດສະຫວັນຈັດຫາງານ ລົງສຳພາດເອົາແຮງງານ ຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ໄລຍະ 5 ເດືອນ ຢູ່ເມືອງກິມຊອນ ຖືກຕ້ອງຕາມກົດໝາຍ ທັງນີ້ກໍເພື່ອເປັນການເພີ່ມທະວີການຮ່ວມມືສອງປະເທດ ກໍຄືສອງແຂວງຊຽງຂວາງ ແລະ ແຂວງຄອງຊັງບຸກໂຕ. ການມາສຳພາດເອົາແຮງງານຄັ້ງນີ້ ເປັນຊຸດທີ 4, ເຊິ່ງມີຈຳນວນແຮງງານ 80 ຄົນ ເປັນເພດຊາຍ ອາຍຸລະຫວ່າງ 25-40 ປີ.

ໂອກາດນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ກ່າວສະແດງຄວາມຂອບໃຈ ທີ່ມາຢ້ຽມຢາມ ແລະ ເອົາແຮງງານຂອງແຂວງຊຽງຂວາງ ໄປເຮັດວຽກຢູ່ ສ ເກົາຫລີ ທັງນີ້ກໍເພື່ອເປັນການຊ່ວຍສ້າງສີມືແຮງງານ, ໄດ້ຄວາມຮູ້, ຜົນປະໂຫຍດ ພັດທະນາຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຊຽງຂວາງໃຫ້ດີຂຶ້ນ ທັງເປັນການເພີ່ມທະວີການຮ່ວມມື ສອງແຂວງ ສອງເມືອງ ແລະ ຫວັງວ່າໃນຕໍ່ໜ້າ ຈະມີການຂະຫຍາຍໄປເມືອງອື່ນໆຕື່ມອີກ.

ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ - 3 - ແຂວງຊຽງຂວາງ ກຽມສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກຳ ຢູ່ເມືອງກິມຊອນ ສ.ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!