ປະທານປະເທດ ຊີ້ນຳໃຫ້ເຂື່ອນໄຟຟ້ານໍ້າມັງ 3 ພັດທະນາ ແລະ ສົ່ງເສີມປະຊາຊົນມີລາຍຮັບ ຮັ່ງມີເຂັ້ມແຂງ


ວັນທີ 14 ທັນວາ 2023ນີ້, ໃນເວລາໂອ້ລົມພະນັກງານ ກຳມະກອນ ລັດຖະກອນເຂື່ອນໄຟຟ້ານໍ້າມັງ 3 ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນຈໍາກັດ, ທ່ານ ທອງລຸນ ສີສຸດລິດ ປະທານທະເທດໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງອົງຄະນະພັກເຂື່ອນໄຟຟ້ານໍ້າມັງ 3 ແລະ ບັນດາອົງການ ຈັດຕັ້ງທຸກຂັ້ນທີ່ມີຄວາມຕື່ນຕົວສູງດ້ານການເມືອງ, ປະກອບສ່ວນປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການໍາພາຂອງພັກຕະຫລອດມາ.
ໄປຄຽງຄູ່ກັນນັ້ນ, ກໍໄດ້ໃຫ້ທິດຊີ້ນໍາສົ່ງເສີມດ້ານດີທີ່ເຮັດໄດ້, ຄົ້ນຄວ້າແກ້ໄຂບັນຫາຄົງຄ້າງ, ອຸດຕັນໃຫ້ໂລ່ງລ່ຽນ, ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ, ເຊີດຊູແນວຄິດຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ນໍາໃຊ້ເຕັກນິກວິຊາການເຂົ້າສູ່ການຜະລິດ, ຍົກສູງສະມັດຕະພາບການຜະລິດ, ຜະລິດເປັນສິນຄ້າໃຫ້ໄດ້ຫລາຍ, ມີຫລາຍປະເພດ, ໃຫ້ປະຊາຊົນມີລາຍຮັບ, ຮັ່ງມີ ເຂັ້ມແຂງ, ຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເມືອງທຸລະຄົມໃຫ້ນັບວັນມີການຫັນປ່ຽນໄປໃນທິດທາງທີ່ກ້າວໜ້າ; ແກ້ໄຂແນວຄິດຄອງເດີມ, ແນວຄິດເອື່ອຍອີງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ສູງຂຶ້ນ; ຍົກສູງສະຕິໃນການນໍາໃຊ້ສື່ໂຄສະນາ, ບໍ່ຫລົງເຊື່ອ ແລະ ຕົກຢູ່ໃນກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ໂຄສະນາບິດເບືອນຕ້ານແນວທາງ, ຕ້ານລະບອບການນໍາຂອງພັກ ພ້ອມທັງຊີ້ນໍາໃນຫລາຍບັນຫາທີ່ເປັນປະໂຫຍດອີກດ້ວຍ.