ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ

ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ - IMG 1218 - ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ
ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ - kitchen vibe - ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ

ວັນທີ 11-12 ທັນວາ 2023 ນີ້ ທີ່ນະຄອນຫລວງວຽງຈັນ, ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກນິຕິກຳ, ໂດຍມີ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ແລະ ທ່ານ ຫງວຽນເຕີນທິງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສສ ຫວຽດນາມ.

ການແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນຫາລືກ່ຽວກັບວຽກງານນິຕິກໍາເປັນຕົ້ນ: ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດໝາຍຂອບລາຄາ, ມາດຖານເຄື່ອງໃຊ້ຫ້ອງການ ແລະ ເຟີນີເຈີທົ່ວໄປໃນສໍານັກງານ, ອົງການຂອງພັກ-ລັດ, ການແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາຊັບສິນ ແລະ ມາດຕະການຕໍ່ຜູ້ລະເມີດ, ຄູ່ມືແນະນໍາວຽກງານກວດກາຂອງຊັບສິນຂອງລັດ, ສະເໜີແນະນໍາ, ກົນໄກ, ມາດຕະການໃນການຈັດຕັ້ງແຜນຮ່ວມມືປະຈໍາປີ 2024, ການຄົ້ນຄ້ວາກ່ຽວກັບຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍຫັນຊັບສິນເປັນທຶນ, ວຽກງານກວດກາຊັບສິນ ແລະ ມາດຕະການປັບໃໜຕໍ່ຜູ້ລະເມີດ, ຄົ້ນຄ້ວາສ້າງຮ່າງດໍາລັດວ່າດ້ວຍການປັບໃໜຕໍ່ຜູ້ລະເມີດການນໍາໃຊ້ຊັບສິນຂອງລັດ, ວຽກຝຶກອົບຮົມກ່ຽວກັບວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ບັນຫາອື່ນໆທີ່ຕິດພັນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ນໍາອີກດ້ວຍ.

ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ - Visit Laos Visit SALANA BOUTIQUE HOTEL - ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ
ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ - 4 - ກົມຄຸ້ມຄອງຊັບສິນແຫ່ງລັດ ສປປ ລາວ  ແລະ ສສ ຫວຽດນາມ ຫາລືແລກປ່ຽນບົດຮຽນ ແລະ ແນະນຳການຫັນຊັບສິນເປັນທຶນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!