ມາເລເຊຍ ດຶງດູດການລົງທຶນໄດ້ 48,2 ຕື້ໂດລາ ໂດຍສະເພາະ ຂະແໜງການບໍລິການ ອຸດສາຫະກຳການຜະລິດ ແລະ ຂະແໜງການກະສິກຳ-ບໍ່ແຮ່


ຂ່າວຕ່າງປະເທດລາຍງານໂດຍອ້າງອີງຂໍ້ມູນຈາກອົງການສົ່ງເສີມການລົງທຶນຂອງລັດຖະບານມາເລເຊຍ ໃນວັນທີ 6 ທັນວາ ຜ່ານມາວ່າ: ຕາມການອະນຸມັດການລົງທຶນແຕ່ເດືອນມັງກອນຫາເດືອນກັນຍາ, ມາເລເຊຍ ສາມາດດຶງດູດການລົງທຶນໄດ້ 225 ຕື້ຣິງກິດ (ສະກຸນເງິນມາເລເຊຍ) ຫຼື 48,2 ຕື້ ໂດລາ ໃນຂະແໜງການບໍລິການ, ອຸດສາຫະກຳການຜະລິດ ແລະ ຂະແໜງການກະສິກຳ-ບໍ່ແຮ່ ຊຶ່ງໄດ້ບັນລຸຕາມເປົ້າໝາຍໝົດປີ.
ອົງການພັດທະນາການລົງທຶນຂອງມາເລເຊຍກ່າວວ່າ: ການລົງທຶນໄດ້ເພີ່ມຂຶ້ນ 6,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງໄດ້ລົງທຶນໃນ 3.949 ໂຄງການ. ການລົງທຶນໂດຍກົງຂອງຕ່່າງປະເທດ ຫຼື FDI ກວມເອົາ 55,9% ຕາມທີ່ໄດ້ອະນຸມັດການລົງທຶນ ຊຶ່ງມີເງິນລົງທຶນທັງໝົດ 125,7 ຕື້ຣິງກິດ. ປະເທດໂຮນລັງນຳໜ້າໝູ່ໃນການລົງທຶນ ຊຶ່ງມີເງິນລົງທຶນ 35 ຕື້ຣິງກິດ, ຮອງລົງມາແມ່ນ ສິງກະໂປ, ອາເມຣິກາ, ຈີນ ແລະ ຍີ່ປຸ່ນ.
ສ່ວນການລົງທຶນໂດຍກົງຂອງນັກລົງທຶນພາຍໃນປະເທດ ຫຼື DDI ມີວົງເງິນລົງທຶນທັງໝົດ 99,3 ຕື້ຣິງກິດ, ກວມເອົາ 44,1% ຂອງການລົງທຶນທີ່ໄດ້ຮັບການອະນຸມັດ. ແຕ່ເດືອນມັງກອນຫາເດືອນກັນຍາ , ຂະແໜງການບໍລິການໄດ້ນຳໜ້າໝູ່ ຊຶ່ງມີວົງເງິນລົງທຶນທັງໝົດ 117,7 ຕື້ຣິງກິດ ຫຼື ເທົ່າກັບ 52,3% ຕາມທີ່ລັດຖະບານອະນຸມັດ. ສ່ວນຂະແໜງອຸດສາຫະກຳການຜະລິດສາມາດດຶງດູດການລົງທຶນໄດ້ 99,8 ຕື້ຣິງກິດ ຫຼື ເທົ່າກັບ 44,4% ຂອງການລົງທຶນທັງໝົດ. ຂະແໜງກະສິກຳ-ບໍ່ແຮ່ ມີເງິນລົງທຶນທັງໝົດ 7,5 ຕື້ຣິງກິດ ກວມເອົາ 3,3% ຂອງການອະນຸມັດການລົງທຶນທັງໝົດ