ບັງກະລາເທດຈັບຊາວໂຣຮິງຢາ -ບັງກະລາເທດ ຈະລັກລອບນຳເຂົ້າຢາບ້າ 8 ແສນເມັດ

- 1506509226955 960x0 - ບັງກະລາເທດຈັບຊາວໂຣຮິງຢາ -ບັງກະລາເທດ ຈະລັກລອບນຳເຂົ້າຢາບ້າ 8 ແສນເມັດ
- kitchen vibe - ບັງກະລາເທດຈັບຊາວໂຣຮິງຢາ -ບັງກະລາເທດ ຈະລັກລອບນຳເຂົ້າຢາບ້າ 8 ແສນເມັດ

ຕຳຫລວດ​ບັງ​ກະລາ​ເທດ​ຈັບ​ກຸມ​ຊາຍ​ຊາວ​ໂຣຮິງ​ຢາ 3 ຄົນ ​ແລະ ຊາຍ​ຊາວ​ບັງ​ກະລາ​ເທດ 1 ຄົນ ຂະນະ​ຈະ​ລັກລອບ​ນຳ​ເຂົ້າ​ເມດ​ແອ​ມ​ເຟຕາ​ມິນ ຫລື ຢາ​ບ້າ 800.000 ​ເມັດ​ຈາກ​ມຽນມາ​ເຂົ້າບັງ​ກະລາ​ເທດ.

​ເຈົ້າໜ້າ​ທີ່ປະຕິບັດ​ການ​ເຄື່ອນ​ທີ່​ໄວ​ເປີດ​ເຜີຍ​ວ່າ: ​ເຈົ້າໜ້າ​ທີ່​ຄວບ​ຄຸມທັງ 4 ຄົນ​ໄດ້​ຢູ່​ເຮືອ​ປະມົງ​ລຳ​ໜຶ່ງ​ໃນ​ແມ່ນ້ຳນາບ​ທີ່​ເປັນ​ຊາຍ​ແດນ​ກັ້ນບັງ​ກະລາ​ເທດກັບ​ມຽນມາ ທັງ​ໝົດ​ນຳ​ຢາ​ບ້າ​ມາ​ຈາກ​ມຽນມາ​ 800.000 ​ເມັດ, ສອງ​ຄົນ​ເປັນ​ຜູ້​ລີ້​ໄພ​ຊາວ​ໂຣຮິງ​ຢາທີ່​ຫາ​ກໍ​ເຂົ້າບັງ​ກະລາ​ເທດ​ໄດ້​ບໍ່​ດົນ, ຄົນ​ໜຶ່ງ​ເປັນ​ຜູ້​ລີ້​ໄພ​ເກົ່າ, ອີກ​ຄົນ​ເປັນ​ຊາວ​ບັງ​ກະລາ​ເທດ.

- Visit Laos Visit SALANA BOUTIQUE HOTEL - ບັງກະລາເທດຈັບຊາວໂຣຮິງຢາ -ບັງກະລາເທດ ຈະລັກລອບນຳເຂົ້າຢາບ້າ 8 ແສນເມັດ

ສຳນັກ​ຂ່າວ AFP ລະບຸ​ວ່າ: ຢາ​ບ້າ​ເປັນ​ຢາ​ເສບ​ຕິດ​ທີ່​ພວມ​ແຜ່​ລະບາດ​ໃນ​ເຍົາວະ​ຊົນ​ບັງ​ກະລາ​ເທດ, ​ຫລາຍ​ປີຜ່ານມາ ທາງ​ການ​ສາມາດ​ຢຶດ​ໄດ້​ຫລາຍ​ລ້ານ​ເມັດ​ຈາກ​ຜູ້​ທີ່​ພະຍາຍາມ​ລັກລອບ​ນຳ​ເຂົ້າ​ເມືອງ​ດອກ​ບາ​ຊາ​ທັງ​ທາງບົກ ​ແລະ ທາງ​ທະ​ເລ ​ໂດຍ​ໃນ​ອາທິດ​ກ່ອນ ​ສາມາດ​ຈັບ​ກຸມ​ຊາຍ​ຊາວ​ໂຣຮິງ​ຢາ 2 ຄົນ ພ້ອມ​ຢາ​ບ້າ 430.000 ​ເມັດ ຢູ່​ເຮືອ​ລຳ​ໜຶ່ງ​ໃນ​ແມ່ນ້ຳນາບ. ​ເຈົ້າໜ້າ​ທີ່​ຍອມຮັບ​ວ່າ: ປະສົບ​ບັນຫາ​ໃນ​ການ​ສະກັດ​ກັ້ນຢາ​ບ້າ​ເຂົ້າປະ​ເທດ ສ່ວນ​ໜຶ່ງ​ເປັນ​ເພາະ​ການ​ລາດຕະ​ເວນ​ໃນ​ແມ່ນ້ຳນາບ​ບໍ່​ສາມາດ​ເຮັດ​​ໄດ້​ຢ່າງ​ທົ່ວ​ເຖິງ.

- 4 - ບັງກະລາເທດຈັບຊາວໂຣຮິງຢາ -ບັງກະລາເທດ ຈະລັກລອບນຳເຂົ້າຢາບ້າ 8 ແສນເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!