ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ

ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ - 408073011 883716376775153 385273768268800506 n - ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ
ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ - kitchen vibe - ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ທັນວາ ຜ່ານມາ, ກະຊວງການລົງທຶນຂອງ ຊາອູດິດ ອາຣັບບີ ໄດ້ອອກຖະແຫຼງການວ່າ: ບໍລິສັດຕ່າງປະເທດໃດກໍຕາມຖ້າຫາກໃຊ້ພື້ນທີ່ໃນປະເທດ ເພື່ອຕັ້ງສຳນັກງານປະຈຳພາກພື້ນຕາເວັນອອກກາງຈະໄດ້ຮັບການຍົກເວັ້ນພາສີເປັນເວລາເຖິງ 30 ປີ.

ທັງນີ້, ມາດຕະການຈູງໃຈດັ່ງກ່າວລວມອັດຕາພາສີ 0% ສຳລັບພາສີເງິນລາຍໄດ້ນິຕິບຸກຄົນ ແລະ ພາສີຫັກໃນຂະນະທີ່ຈ່າຍ ຊຶ່ງຈະຄຳນວນຈາກການດຳເນີນງານ ແລະ ກິດຈະກຳຂອງບໍລິສັດແຫ່ງນັ້ນຕາມທີ່ໄດ້ຮັບອະນຸມັດ ຄວບຄຸມຕະຫຼອດໄລຍະເວລາ 30 ປີ ໂດຍການນັບໄລຍະເວລາຈະເລີ່ມຕັ້ງແຕ່ວັນທີ່ໜ່ວຍງານຂອງຊາອູດິດ ອາຣັບບີ ອອກໃບທະບຽນອະນຸຍາດໃຫ້ແກ່ບໍລິສັດແຫ່ງນັ້ນ. ໂດຍອີງຕາມບົດລາຍງານລະບຸວ່າ: ມີບໍລິສັດຕ່າງປະເທດຫຼາຍກວ່າ 200 ແຫ່ງໃຫ້ຄວາມສົນໃຈ ແລະ ລັດຖະບານຊາອູດິດ ອາຣັບບີ ເຊື່ອໝັ້ນວ່າ ຈະມີຜູ້ປະກອບການຕ່າງປະເທດຍື່ນສະແດງເຈດຈຳນົງຫຼາຍຂຶ້ນ ເນື່ອງຈາກນະຄອນຫຼວງຂອງຊາອູດິດ ອາຣັບບີ ກຳລັງຈະເປັນເຈົ້າພາບມະຫະກຳເທດສະການໂລກ ຫຼື World Expo ໃນປີ 2030. ການເຄື່ອນໄຫວດັ່ງກ່າວຂອງຊາອູດິດ ອາຣັບບີ ເກີດຂຶ້ນກ່ອນເຖິງກຳນົດທີ່ຊາອູດິດ ອາຣັບບີ ເຄີຍປະກາດວ່າ: ຈະຢຸດຕິການເຮັດສັນຍາພາກລັດກັບບໍລິສັດຕ່າງປະເທດໃດກໍຕາມ ຊຶ່ງບໍ່ມີສຳນັກງານໃຫຍ່ປະຈຳພາກພື້ນຕາເວັນອອກກາງ ຕັ້ງຢູ່ປະເທດແຫ່ງນີ້ພາຍໃນວັນທີ 1 ມັງກອນ 2024.

ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ - Visit Laos Visit SALANA BOUTIQUE HOTEL - ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ

ອີກຢ່າງໜຶ່ງ, ຊາອູດິດ ອາຣັບບີ ປະກາດເຊີນຊວນໃຫ້ບໍລິສັດຕ່າງປະເທດເຂົ້າມາຕັ້ງສຳນັກງານໃຫຍ່ປະຈຳພາກພື້ນ ໃນເດືອນກຸມພາ 2021 ໂດຍມີເປົ້າໝາຍສຳຄັນຄື ການຂັບເຄື່ອນໃນການເປັນສູນກາງທາງດ້ານເສດຖະກິດຂອງພາກພື້ນຕາເວັນອອກກາງ.

ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ - 3 - ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!