“Super App” ສຸດຍອດເທຼນເທັກໂນໂລຍີລະດັບໂລກ 2023


ໃນຊຸມປີມໍ່ໆມານີ້, ແອັບພລິເຄຊັ່ນມືຖືເລີ່ມໄດ້ຮັບຄວາມນິຍົມຂື້ນເລື້ອຍໆ, ຜູ້ຄົນສາມາດສຳຜັດປະສົບການຕ່າງໆໃນຊີວິດປະຈຳວັນເຊັ່ນ ການເຮັດວຽກ, ຊື້ເຄື່ອງ, ຄວາມບັນເທີງ… ງ່າຍໆພຽງ “ສຳຜັດດຽວ” ເທິງສະມາດໂຟນ. ຍ້ອນແນວນັ້ນ, ນິຍາມຄຳວ່າ “super application” ຫຼື ເທຼນຂອງ Super App “ການລວບລວມສິ່ງອໍານວຍຄວາມສະດວກ” ລວມເຂົ້າເປັນແອັບພລິເຄຊັນດຽວ. ແລ້ວ Super App ແມ່ນຫຍັງ? ເຊີນທ່ານຊອກຫາຄຳຕອບໄປພ້ອມໆ Unitel ຜ່ານບົດຄວາມຂ້າງລຸ່ມນີ້.
- Super App ແມ່ນຫຍັງ?
ອີງຕາມຮອງປະທານອາວຸໂສດ້ານວິສະວະກໍາຂອງ GoJek – Sidu Ponnappa ກວ່າວ່າ: “ Super App ແມ່ນແອັບພລິເຄຊັນທີ່ປະກອບດ້ວຍຫຼາຍໆແອັບພລິເຄຊັນຍ່ອຍ (Mini Apps) ແລະ ມີລະບົບປະຕິບັດການທີ່ປະສານງານກັບແອັບພລິເຄຊັນຍ່ອຍເຫຼົ່ານີ້.” ສ່ວນອີກຄຳນິຍາມອີງຂອງ Mike Lazaridis – ຜູ້ກໍ່ຕັ້ງຂອງ BlackBerry, ໄດ້ໃຫ້ຄຳນິຍາມໄວ້ວ່າ: “A Super App ແມ່ນລະບົບນິເວດແບບປິດຂອງແອັບພລິເຄຊັນທີ່ຄົນເຮົາໃຊ້ທຸກໆມື້ ເນື່ອງຈາກແອັບເຫຼົ່ານີ້ໃຫ້ປະສົບການທີ່ລຽບງ່າຍ, ປະສົມປະສານ, ປັບໄປຕາມບໍລິບົດ ແລະ ມີປະສິດທິພາບ.
ຍັງບໍ່ມີນິຍາມລວມສຳລັບ Super Application, ແຕ່ຈະເຫັນໄດ້ວ່າ Super Application ຫຼື Super App ຫມາຍເຖິງແອັບພລິເຄຊັນທີ່ລວບລວມທຸກຢ່າງໄວ້ໃນທີ່ດຽວ (all in one app) ທີ່ໃຫ້ປະສົບການການໃຊ້ງານທີ່ລາບລື່ນ. Super Apps ເຫຼົ່ານີ້ແມ່ນໄດ້ລວມເຂົ້າກັບເຕັກໂນໂລຢີທີ່ແຕກຕ່າງກັນຫຼາຍໆຢ່າງ ທັງສາມາດຫຼິ້ນເກມໃນນັ້ນໄດ້, ເຊື່ອມໂຍງການຈ່າຍເງິນ, ການສົ່ງຂໍ້ຄວາມ, ການຈອງລົດ, ຫຼື ແມ້ກະທັ້ງການຊື້ເຄື່ອງຜ່ານແອັບພລິເຄຊັນດຽວນີ້.
ດັ່ງນັ້ນ, ເພື່ອຈະປ່ຽນໃຫ້ແອັບພລິເຄຊັນກາຍເປັນ Super Apps ໄດ້ແມ່ນຕ້ອງມີເງື່ອນໄຂດັ່ງນີ້:
- ມີຈໍານວນຜູ້ໃຊ້ຂະຫນາດໃຫຍ່ (ຂື້ນກັບອຸດສາຫະກໍາ ແລະ ກຸ່ມເປົ້າໝາຍລູກຄ້າຕາມທີ່ແອັບພລິເຄຊັນນັ້ນໆໄດ້ກຳນົດເປົ້າຫມາຍໄວ້). ໃນຄະນະດຽວກັນ, ແອັບພລິເຄຊັນນັ້ນໆຕ້ອງສາມາດຊ່ວຍແກ້ໄຂຄວາມຕ້ອງການບາງຢ່າງຂອງຜູ້ໃຊ້ໄດ້ ແລະ ພວກເຂົາເລືອກທີ່ຈະໃຊ້.
- Mini Apps ຫຼາຍໆອັນຖືກລວມເຂົ້າໃນ Super App, ເຊິ່ງອາດມີ Mini Apps ຫຼາຍສູງເຖິງຫລາຍພັນແອັບພລິເຄຊັນຍ່ອຍໃນນັ້ນ.
- ຟັງຊັນ ແລະ ຄຸນນະສົມບັດຂອງ Super App
ມາຮອດປັດຈຸບັນ, ພວກເຮົາສາມາດຢືນຢັນໄດ້ວ່າ Super App ໄດ້ບັນລຸ ແລະ ປະສົບຜົນສໍາເລັດຢ່າງພົ້ນເດັ່ນ. ນອກນັ້ນ, ນີ້ຍັງເປັນການເປີດໂອກາດ ກ້າວໄປສູ່ຍຸກໃໝ່ໃຫ້ແກ່ບັນດານັກທຸລະກິດ ແລະ ຜູ້ບໍລິໂພກ.
ຄວາມສໍາເລັດນີ້ ແມ່ນຍ້ອນອາໄສບັນດາຟັງຊັ່ນ ແລະ ຄຸນສົມບັດຕ່າງໆດັ່ງລຸ່ມນີ້:
ຟັງຊັ່ນ ແລະ ບໍລິການ Super App
ສ່ວນປະກອບຫຼາຍຢ່າງທີ່ຊ່ວຍໃຫ້ສາມາດເອີ້ນໄດ້ວ່າ ll-in-one-app ເຊິ່ງບັນດາຍ່ອຍຕ້ອງສາມາດສະໜອງຄວາມຕ້ອງການຂອງລູກຄ້າໄດ້ພ້ອມ
- ຈອງລົດ: ຜູ້ໃຊ້ສາມາດໂທເອີ້ນລົດແທັກຊີ່ ຫຼື ແຊການເດີນທາງກັບຜູ້ອື່ນໄດ້ຢ່າງງ່າຍດາຍໃນແອັບພລິເຄຊັນມືຖື.
- ການສຳລະ: Super App ຊ່ວຍໃຫ້ຜູ້ໃຊ້ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆໄດ້ຢ່າງວ່ອງໄວເຊັ່ນ: ຊື້ເຄື່ອງ, ຊື້ເຄື່ອງອອນໄລນ໌, ໂອນເງິນ, ຈ່າຍຄ່າໄຟຟ້າ, ຄ່າອິນເຕີເນັດ, ສົ່ງ-ຮັບເງິນ, …
- Booking: ຈອງໂຮງແຮມ, ຍົນ, ລົດໄຟ, ປີ້ຫນັງ ແລະ ອື່ນໆທີ່ສະດວກຜ່ານ App.
- ຊື້ເຄື່ອງ: ໃນ Super App ມີຮ້ານຄ້າປີກຈໍານວນຫຼາຍເພື່ອໃຫ້ຜູ້ໃຊ້ໄດ້ປຽບທຽບ ແລະ ເລືອກຊື້ໄດ້ຢ່າງໄວວາ.
- ສົ່ງເຄື່ອງ: ການຊື້ເຄື່ອງ, ການສົ່ງເຄື່ອງ ແລະ ຮັບສິນຄ້າໄດ້ງ່າຍໆດ້ວຍການດຳເນີນການຢູ່ໃນ Super App. ເຊິ່ງຜູ້ໃຊ້ສາມາດຕິດຕາມການສົ່ງຄ້າໃນແອັບພລິເຄຊັນໄດ້.
- ຄວາມບັນເທີງ: Super App ມີແອັບພລິເຄຊັນຍ່ອຍ, ສັງຄົມໂຊຊຽວ, ຫນັງສື, ໜັງ, … ລູກຄ້າສາມາດເພີດເພີນກັບຄວາມບັນເທີງໄດ້ໃນແອັບດຽວ.
- ບໍລິການເບິ່ງແຍງສຸຂະພາບ: Super App ໄດ້ລວບລວມເອົາສິ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ການປຶກສາດ້ານການແພດ, ການຊື້ຢາ, ຈອງເວລາກວດ ແລະ ການຕິດຕາມສຸຂະພາບ.
- ຂ່າວສານ ແລະ ໂຊຊຽວ: ຟັງຊັ່ນຂ່າວສານ, ກິດຈະກຳການເຄື່ອນໄຫວ, ການເຊື່ອມຕໍ່ ແລະ ແບ່ງປັນກັບຫມູ່ເພື່ອນ.
- ການເງິນ: ການບໍລິການກູ້ຢືມເງິນ, ປະກັນໄພ, ການຄຸ້ມຄອງການເງິນສ່ວນບຸກຄົນ, ການລົງທຶນຫຼັກຊັບ, …
- ຄຸ້ມຄອງບັນຊີສ່ວນຕົວ: ອະນຸຍາດໃຫ້ຜູ້ໃຊ້ສາມາດສ້າງ, ເຂົ້າເຖິງ ແລະ ຈັດການຂໍ້ມູນສ່ວນຕົວ. ອະນຸຍາດໃຫ້ລູກຄ້າສາມາດເຂົ້າເຖິງລາຍຊື່, ໂປຣໄຟລ໌ຜູ້ໃຊ້ ແລະ ປະຫວັດການເຮັດທຸລະກໍາ.
ຂໍ້ສະດວກຈາກ Super App
ມັນບໍ່ແມ່ນເລື່ອງບັງເອີນທີ່ Super App ສາມາດສ້າງຄວາມຮືຮາຄັ້ງໃຫຍ່ໄດ້ ແລະ ໄດ້ຮັບການສະໜັບສະໜູນຈາກຄົນສ່ວນໃຫຍ່ໄດ້.
ເຊິ່ງວ່າກ່ອນໜ້ານີ້ມີຫຼາຍໆແອັບທີ່ປາກົດຂື້ນໃຫ້ເຫັນຫຼາກຫຼາຍ ແຕ່ແອັບເຫຼົ່ານັ້ນມີພຽງບາງຟັງຊັ່ນສະເພາະໂຕເທົ່ານັ້ນ.
- ເພີ່ມປະສິດທິພາບຄວາມສາມາດຂອງມືຖື: ພຽງແຕ່ມີ Super App ທ່ານກໍ່ຈະສາມາດມີຄົບທຸກຟັງຊັ່ນ. ນີ້ຊ່ວຍປະຢັດພື້ນທີ່ເກັບຂໍ້ມູນໃນໂທລະສັບໄດ້ຫຼາຍກ່ວາການດາວໂຫຼດຫຼາຍໆທີ່ແຕກຕ່າງກັນ.
- ຄົບຖ້ວນ ແລະ ປະຢັດເວລາ: ທ່ານສາມາດຈ່າຍ, ຊື້ເຄື່ອງ, ຈອງລົດ, ຈອງປີ້, ດ້ວຍການຄລິກສອງສາມຄັ້ງແທນທີ່ຈະຕ້ອງເດີນທາງໄປຫາບ່ອນຈອງໂດຍກົງ.
- ການເຊື່ອມຕໍ່ການບໍລິການ: Super App ຊ່ວຍໃຫ້ຜູ້ໃຊ້ສາມາດລວມບໍລິການທີ່ແຕກຕ່າງກັນເຂົ້າມາໄວ້ບ່ອນດຽວ.
- ໃຊ້ໄດ້ຫຼາຍອຸປະກອນ: Super App ສາມາດໃຊ້ໄດ້ໃນຫຼາຍແພັດຟອມເຊັ່ນ: ແທັບເລັດ, ໂທລະສັບ ແລະ ເດັສທັອບ. ດັ່ງນັ້ນ, ຜູ້ໃຊ້ສາມາດເລືອກໃຊ້ໄດ້ຕາມຕ້ອງການ.
- ອັບເດດຂ່າວສານ: Super App ມີການອັບເດດຂ່າວສານ ແລະ ໂປຣໂມຊັ່ນຕ່າງໆ. ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນ ແລະ ໂປຼໂມຊັ່ນຕ່າງໆ.
-
ເພີ່ມປະສົບການການນຳໃຊ້: ຕາມປົກກະຕິ, ຫນ້າຕ່າງການໃຊ້ງານຂອງ Super Apps ແມ່ນຖືກອອກແບບມາໃຫ້ໃຊ້ງານງ່າຍ. ຜູ້ໃຊ້ສາມາດຊອກຫາໄດ້ຢ່າງງ່າຍດາຍ, ຕິດຕັ້ງ ແລະ ໃຊ້ງານໄດ້ຕາມທີ່ທີ່ຕ້ອງການຢ່າງງ່າຍດາຍ.
ບັນດາຄຸນສົມບັດຂອງ Super App ທີ່ໄດ້ມາຈາກແອັບຍ່ອຍໆ
- ສິ່ງໃດທີ່ເຮັດໃຫ້ Super Apps ປະສົບຜົນສໍາເລັດ?
ທ່ານເຄີຍຮູ້ສຶກລຳຄານບໍ່ ທີ່ຕ້ອງຕິດຕັ້ງແອັບພລິເຄຊັນຕ່າງໆຫຼາຍອັນ ເຮັດໃຫ້ໜ່ວຍຄວາມຈຳໃນອຸປະກອນຂອງທ່ານເຫຼືອໜ້ອຍ? ແລະ ທ່ານຕ້ອງເຂົ້າແອັບຫຼາຍໆອັນ ແລະ ຕ້ອງເລືອກລົບແອັບພລິເຄຊັ່ນໃດຫນຶ່ງອອກ ຫຼື ຕ້ອງລົບຫຼາຍໆແອັບອອກ ແລ້ວຈິ່ງຕິດຕັ້ງແອັບໃໝ່ໄດ້ແມ່ນບໍ່?
Supper Apps ຊ່ວຍສະຫນອງຄວາມສะດວກ, ແກ້ໄຂບັນຫາທີ່ຫຍຸ້ງຍາກເຫຼົ່ານັ້ນ. ເປັນຕົວເລືອກໃໝ່ໃນໂລກດິຈິຕອນ, Supper Apps ໃຫ້ປະສົບການທີ່ລຽບງ່າຍ, ປະສົມປະສານ, ບໍລິບົດສະເພາະ ແລະ ມີປະສິດທິພາບ.
Super Apps ເປັນວິວັດທະນາການຂອງບໍລິສັດດິຈິຕອນ ຫຼື ເອີ້ນວ່າການພັດທະນາບໍລິການທີ່ຮັບໃຊ້ຖານລູກຄ້າຂອງຕົນຢ່າງຕໍ່ເນື່ອງ, ກໍ່ຄືກັບການສ້າງໂຊລູຊັນ ສ້າງຕົວເລືອກໃຫ້ແກ່ຜູ້ໃຊ້. ລູກຄ້າໄດ້ຮັບຄວາມສະດວກໃນການເຂົ້າເຖິງຫຼາຍໆບໍລິການຜ່ານແອັບດຽວ.
ສະຫຼຸບແລ້ວ ຄວາມສໍາເລັດຂອງ Super Apps ແມ່ນຫຍັງ? ຄວາມສໍາເລັດຂອງແອັບພລິເຄຊັນເຫຼົ່ານີ້ແມ່ນອີງໃສ່ “ຄວາມຫນາແຫນ້ນ”ໃນການນຳໃຊ້ແອັບ, ເຊິ່ງຫມາຍເຖິງລະດັບຄວາມຫນາແຫນ້ນລະຫວ່າງການຕິດພັນລະຫວ່າງຜູ້ໃຊ້ ແລະ ແອັບ.
ຜູ້ໃຊ້ເລືອກທີ່ຈະກັບມາໃຊ້ແອັບຫຼາຍຄັ້ງຕໍ່ມື້/ເດືອນ, ສ້າງສະແສຜູ້ນຳໃຊ້ແອັບຢ່າງຕໍ່ເນື່ອງ ແລະ ຫາກແອັບນຳສະເຫນີການແກ້ໄຂບັນຫາທີ່ຕອບໂຈດແກ່ຜູ້ໃຊ້ຫຼາຍເທົ່າໃດ ກໍ່ຈະເພີ່ມສ້າງຜູ້ໃຊ້ແອັບໄດ້ຫຼາຍເທົ່ານັ້ນ.
ບໍລິສັດອອກແບບ ແລະ ພັດທະນາແອັບ ບໍ່ພຽງແຕ່ຄິດຄົ້ນສ້າງຟັງຊັນ, ຄຸນສົມບັດແອັບ ຫຼື ສ້າງບໍລິການເທົ່ານັ້ນ. ພວກເຂົາພະຍາຍາມຄິດຄົ້ນກ່ຽວກັບວິທີການແຊກຊຶມເຂົ້າກັບພຶດຕິກໍາຂອງຜູ້ໃຊ້ ແລະ ເປີດໃຫ້ບໍລິການຕາມຄວາມເຫມາະສົມ.
- ທ່າແຮງຂອງ Unitel ໃນການພັດທະນາ Super Application LaoApp
ການປະກົດຕົວຂອງ Super App ຄ່ອຍໆໄດ້ຮັບການຍອມຮັບ, ສ້າງຄວາມຄຸ້ນເຄີຍ ແລະ ປ່ຽນພຶດຕິກຳຂອງຜູ້ໃຊ້, ຊ່ວຍໃຫ້ຊີວິດສະດວກສະບາຍຫຼາຍຂຶ້ນ. ໃນປັດຈຸບັນ, ຄວາມຕ້ອງການໃນຊີວິດປະຈຳວັນທັງຫມົດນັ້ນ ສາມາດໄດ້ຮັບການບໍລິການງ່າຍໆດ້ວຍສໍາພັດປາຍນິ້ວເທິງຫນ້າຈໍໂທລະສັບເທົ່ານັ້ນ. ທ່າແຮງໃນການພັດທະນາ Super Application ໃນລາວແມ່ນຍັງມີມະຫາສານ. ເຊິ່ງປະໂຫຍດທີ່ Super Application LaoApp ນຳມາມີດັ່ງ:
- ປ່ຽນພຶດຕິກຳ “off” ເປັນ “on”: ຊີວິດທີ່ວຸ້ນວາຍ, ຜູ້ຄົນຕ້ອງແຂ່ງກັບເວລາ, ດັ່ງນັ້ນ, ການໃຊ້ຊີວິດຈິ່ງເລີ່ມປ່ຽນຈາກຮູບແບບ offline ເປັນ online. ດ້ວຍການສຳພັດເທິງຈໍມືຖືພຽງສອງສາມຄັ້ງ, ລາຍການສັ່ງຊື້ເຄື່ອງຂອງທ່ານກໍ່ຈະຖືກຈັດສົ່ງເຖິງບ້ານຂອງທ່ານ ໂດຍບໍ່ຕ້ອງເສຍເວລາໄປຊື້ຢູ່ຮ້ານ.
- ຊຸກຍູ້ເສດຖະກິດຫັນປ່ຽນບໍ່ໃຊ້ເງິນສົດ: ໃນຊຸມປີມໍ່ໆມານີ້, ລາວໄດ້ສະໜັບສະໜູນມາດຕະການ “ກ້າວໄປສູ່ປະເທດທີ່ບໍ່ໃຊ້ເງິນສົດ”. ມີການໂຄສະນາເຜີຍແຜ່ ແລະ ເຄື່ອນໄຫວຫຼາຍໆຮູບແບບ, ລວມທັງເຜີຍແຜ່ຜ່ານໜັງສືພິມ ເພື່ອສຶກສາອົບຮົມຜູ້ໃຊ້ກ່ຽວກັບຜົນປະໂຫຍດ ແລະ ຄວາມສໍາຄັນຂອງການບໍ່ໃຊ້ເງິນສົດ.
- ບໍ່ມີການແຂ່ງຂັນທີ່ຮຸນແຮງ: ກົງກັນຂ້າມກັບບັນດາປະເທດຕາເວັນຕົກ, ເມື່ອ “ໂລກຂອງແອັບ” ເຊັ່ນ App Store ຫຼື Google Play ກາຍເປັນທີ່ນິຍົມ, ແອັບພລິເຄຊັ່ນພາກສ່ວນທີສາມໃນລາວປະເຊີນກັບການແຂ່ງຂັນໜ້ອຍລົງ. ບັນດາແອັບພລິເຄຊັນຂອງພາກສ່ວນທີສາມຈໍາເປັນຕ້ອງໄດ້ສຸມໃສ່ການແກ້ໄຂບັນຫາຜູ້ໃຊ້, ຂະຫຍາຍຜົນປະໂຫຍດເພື່ອສ້າງລະບົບນິເວດທີ່ເຂັ້ມແຂງ ແລະ ຮັກສາຜູ້ໃຊ້.
- ຫຍໍ້ເວລາໃນການພັດທະນາອິນເຕີເນັດໃຫ້ສັ້ນລົງ: LaoApp ຊ່ວຍຫຼຸດຜ່ອນເວລາໃນການພັດທະນາ ແລະ ສາມາດຄຸ້ມຄອງອິນເຕີເນັດໄດ້. ໂດຍທີ່ທ່ານບໍ່ຈໍາເປັນຕ້ອງໄປໂອນເງິນຢູ່ທະນາຄານ ຫຼື ໄປຫາບໍລິສັດໄຟຟ້າເພື່ອຈ່າຍຄ່າໄຟຟ້າຂອງທ່ານ. ໃນປັດຈຸບັນການເຮັດທຸລະກໍາການຈ່າຍເງິນທັງຫມົດສາມາດເຮັດໄດ້ດ້ວຍການສໍາພັດເທິງຫນ້າຈໍໂທລະສັບພຽງຄັ້ງດຽວ.
ຈາກຝ່າຍຜູ້ໃຊ້ຕົວຈິງ, super apps ຊ່ວຍໃຫ້ຊີວິດສະດວກສະບາຍຫຼາຍຂື້ນ. ເມື່ອມີການແຂ່ງຂັນໃນທ້ອງຕະຫຼາດ ຜູ້ໃຫ້ບໍລິການ super app ແຕ່ລະເຈົ້າຈະຈັດໂປຼໂມຊັ່ນ, ມີລະຫັດສ່ວນຫຼຸດ ແລະ ອື່ນໆ. ກິດຈະກໍາເຫຼົ່ານີ້ບໍ່ພຽງແຕ່ຊ່ວຍປະຫຍັດຄ່າໃຊ້ຈ່າຍໃຫ້ແກ່ຜູ້ໃຊ້, ແຕ່ຍັງຊ່ວຍໃຫ້ນັກພັດທະນາສາມາດຂະຫຍາຍຂໍ້ມູນຜູ້ໃຊ້. ຄຽງຄູ່ກັນນັ້ນ, ການພັດທະນາຂອງ LaoApp ຍັງປະກອບສ່ວນໃຫ້ໂອກາດຜູ້ຄົນ ສ້າງວຽກເຮັດງານທຳໃຫ້ແກ່ຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດອີກດ້ວຍ.
Unitel ຕ້ອງການໃຫ້ຜູ້ໃຊ້ທຸກຄົນຮູ້ສຶກ “ມີຄວາມສຸກ – ສະບາຍໃຈ” ແລະ ຢູ່ກັບພວກເຮົາດົນໆເທົ່າທີ່ຈະເປັນໄປໄດ້, LAOAPP Super Application ສ້າງສັນບັນດາຟັງຊັ່ນມີ່ຫຼາກຫຼາຍ, ເຊິ່ງ LAOAPP ໃຫ້ຄຳໝັ້ນສັນຍາວ່າຈະເປັນໜຶ່ງໃນແອັບພລິເຄຊັນທີ່ມີທ່າແຮງໃນການພັດທະນາອັນຍິ່ງໃຫຍ່ທີ່ສຸດໃນລາວ.
#laoApp #superApp #unitel #umoney #laosedu #laoTV