ເປີດຝຶກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ແກ່ຂະແໜງການສື່ມວນຊົນ
December 7, 2023 - 9:50 AM


ໃນວັນທີ 6 ທັນວາ 2023 ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດຝຶກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ແກ່ ຂະແໜງການສື່ມວນຊົນ ຊຸດທີ I ເຊິ່ງຊຸດຝຶກອົບຮົ່ມດັ່ງກ່າວເລີ່ມແຕ່ວັນທີ 6-26 ທັນວາ 2023 ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ; ໂດຍມີທ່ານ ປອ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖວທ, ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນທີ່ມາຈາກບັນດາຂະແໜງການສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມ.
ທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ,ວັດທະນະທຳ ແລະ ທ່ອງທ່ຽວກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ຈັດຂຶ້ນເພື່ອບໍາລຸງສ້າງຄວາມເຂັັ້ມແຂງທາງດ້ານທິດສະດີການເມືອງ – ການປົກຄອງໃຫ້ແກ່ບັນດາພະນັກງານສືື່ມວນຊົນໃຫ້ໄດ້ຮຽນຫຼັກມູນພືັ້ນຖານ, ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫຼັກສູດ ທິດສະດີການເມືອງ ສະເພາະດ້ານ ທີື່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງໃຫ້ກະຊວງ ຖວທ ໃນການ ບໍາລຸງຍົກລະດັບ, ຄຸນທາດການເມືອງ, ຄຸນສົມບັດສິນທາປະຕິວັດ, ທັດສະນະຫຼັກໝັັ້ນ ພະນັກງານ ທີ່ເຮັດວຽກສືື່ມວນຊົນ ຂອງກະຊວງ ຖວທ ແລະ ບັນດາສໍານັກສືື່ມວນຊົນອ້ອມຂ້າງສູນກາງໃຫ້ສູງຂຶ້ນ. ເຊິ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ 50 ທ່ານ ຍິງ 19 ທ່ານ.
ບັນດານັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຫຼັກມູນທິດສະດີມາກ – ເລນິນ, ສະພາບສາກົນ ແລະ ທ່າອ່ຽງເສດຖະກິດ, ບັນຫາພື້ນຖານຂອງແນວທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດສັງຄົມນິຍົມຢູ່ປະເທດເຮົາ, ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນຂອງການເປັນຜູ້ນໍາແບບໃໝ່, ກໍ່ສ້າງພັກປອດໃສເຂັັ້ມແຂງໜັກແໜ້ນ, ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດໃນກົງຈັກລັດ, ຍົກສູງຂີດຄວາມສາມາດໃນການຫັນກຸ້ມຕົນເອງທາງດ້ານງົບປະມານ ວິຊາການ, ກົດໝາຍວ່າດ້ວຍສືື່ມວນຊົນ, ຄຸ້ມຄອງ ແລະ ນໍາໃຊ້ສືື່ສັງຄົມອອນລາຍ, ການຂຽນຂ່າວ ແລະ ສົົ່ງຂ່າວສືື່ສັງຄົມອອນລາຍ.