ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 407467288 780077364146572 5068558349906098711 n - ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - kitchen vibe - ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ວັນທີ 4 ທັນວາ 2023 ນີ້, ທ່ານ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ໃນລະຫວ່າງ ວັນທີ 4-7 ທັນວາ 2023 ໃຫ້ກຽດຕ້ອນຮັບ ໂດຍທ່ານນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ-ຫວຽດນາມ ພ້ອມດ້ວຍຄະນະ ແລະ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.
ການເດີນທາງມາຢ້ຽມຍາມ ສປປລ ລາວ ໃນຄັ້ງນີ້, ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ ແລະ ເພື່ອປຶກສາຫາລື ກ່ຽວກັບສະພາບການ ພາກພື້ນ, ສາກົນ ທັງເປັນການ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ລາວ-ຫວຽດນາມ, ສົ່ງເສີມການຮ່ວມມື ຂອງສອງປະເທດໃນຂົງເຂດຕ່າງໆເຊັ່ນ: ການຍົກສູງການພັດທະນາເສດຖະກິດ-ສັງຄົມ, ການລົງທຶນດ້ານການສຶກສາ, ສາທາລະນະສຸກ ແລະ ຊຸກຍູ້ສົ່ງເສີມການ ທ່ອງທ່ຽວ ລະຫວ່າງ ລາວ-ຫວຽດນາມ.
ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 5 - ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!