ເຈົ້າແຂວງ ອັດຕະປື ຊີ້ນໍາວຽກງານ ຢູ່ເມືອງໄຊເສດຖາ
November 23, 2023 - 3:46 PM


ວັນທີ 22 ພະຈັກ 2023 ທ່ານ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະນຳພະແນກການຂັ້ນແຂວງ ໄດ້ລົງເຄື່ອນໄຫວ ຊີ້ນໍາວຽກງານ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ເຊິ່ງມີ ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍຄະນະນຳຂອງເມືອງ ໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວ, ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ໄດ້ຂື້ນຜ່ານບົດລາຍງານຈັດຕັ້ງປະຕິບັດໃນໄລຍະ 10 ເດືອນ ຕົ້ນປີ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2023 ທ່ານໄດ້ກ່າວວ່າ: ເຊິ່ງຜ່ານມາຄະນະພັກເມືຶອງ ໄດ້ເອົາໃຈໃສ່ຊຸກຍູ້ ນຳພາ-ຊີ້ນຳຄະນະພັກແຕ່ລະຂັ້ນ ເປັນເຈົ້າການຍົກສູງຄຸນນະພາບການໂຄສະນາ-ປາຖະກະຖາເລົ່າຄືນມູນເຊື້ອຂອງພັກ ແລະ ຂອງຊາດຢ່າງຕໍ່ເນື່ອງ,ຄຽງຄູ່ກັບການເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ XI ຂອງອົງຄະນະພັກແຂວງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ດ້ານການລົງທຶນລັດ ປີ 2023 ມີ 6 ໂຄງການ ມູນຄ່າ 1.292 ລ້ານກວ່າກີບ; ລວມຊຳລະມາຮອດປະຈຸບັນ 858 ລ້ານກີບ, ສືບຕໍ່ 2 ໂຄງການ ມູນຄ່າ 100 ລ້ານກີບ, ໂຄງການໜີ້ສິນ 3 ໂຄງການ ມູນຄ່າ 758 ລ້ານກີບ ແລະໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 434 ລ້ານກວ່າກີບ ( ຍັງບໍ່ທັນຊຳລະ ). ການສົ່ງອອກ ແລະ ຈຳໜ່າຍເຂົ້າເປືອກໃນ 10 ເດືອນຄົ້ນປີ 2023 ລວມທັງໝົດ 2.087 ໂຕນ, ສີເປັນເຂົ້າສານ 1.525 ໂຕນ: ໃນນີ້ສົ່ງອອກຕ່າງແຂວງ 601 ໂຕນ, ຈຳໜ່າຍພາຍໃນແຂວງ 924 ໂຕນ. ອັດຕາບໍລິໂພກເຂົ້າເປືອກຂອງພົນລະເມືອງ 38.202 ຄົນ/234 ກິໂລກຣາມ/ຄົນ/ປີ ລວມ 8.939 ໂຕນ, ສາມາດກຸ້ມກິນ ແລະ ມີສ່ວນເຮືອແຮໄວ້ສົ່ງອອກໃນປີ 2024 ປະມານ 13.853 ໂຕນ, ນຳພາ-ຊີ້ນຳ ຈັດຕັ່ງປະຕິບັດເກັບລາຍຮັບເຂົ້າງົບປະມານໃນ 10 ເດືອນ ( ແຜນ 6.739 ລ້ານກວ່າກີບ) ປະຕິບັດໄດ້ 6.542 ລ້ານກວ່າກີບ ເທົ່າກັບ 97,07%, ຕົວເລກປະຈຸບັນສາມາດປະຕິບັດໄດ້ 8.268 ລ້ານກວ່າກີບ ເທົ່າກັບ 123% ( ລື່ນແຜນ ) ແລະ ປະຕິບັດລາຍຈ່າຍ ( ແຜນ 10.901 ລ້ານກວ່າກີບ ), ປະຕິບັດໄດ້ 7.462 ລ້ານກວ່າກີບ ເທົ່າກັບ 68%, ລວມຈ່າຍຮອດປະຈັບັນ 8.308 ລ້ານກວ່າກີບ ເທົ່າກັບ 76%. ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີຕຊໍ່ການປະຕິວັດຊາດ ແລະ ຊ່ວຍເຫຼືອຄອບຄົວຜູ້ທຸກຍາກ, ອານາຖາ ຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດຕ່າງໆ ຢ່າງເປັນເຈົ້າ ແລະ ເອົາໃຈໃສ່ໃນການພັດທະນາສີມືແຮງງານເຂົ້າຮ່ວມຝຶກອົບຮົມຢູ່ສູນວິຊາຊີບຢູ່ສູນພັດທະຍາສີມືແຮງງານຢ່າງເປັນຂະບວນທີ່ກວ້າງຂວາງ, ເອົາໃຈໃສ່ຕິດຕາມການອອກໃບອະນຸຍາດດຳເນີນທຸລະກິດດ້ານວັດທະນະທຳ ແລະ ທ່ອງທ່ຽວ,ໄດ້ປະກາດບ້ານວັດຫຼວງ ແລະ ວັດທາດພະໄຊເປັນມໍລະດົກແຫ່ງຊາດໃນລະດັບທ້ອງຖິ່ນ, ຜ່ານມາມີນັກທ່ອງທ່ຽວເຂົ້າມາເມືອງທັງໝົດ 8.814 ເທື່ອຄົນ, ສ້າງລາຍໄດ້ໃຫ້ຜູ້ປະກອບການ ແລະ ຊຸມຊົນໄດ້ປະມານ 3.154 ລ້ານກວ່າກີບ.
ທ່ານ ພົນຕີ ວັນທອງກອງມະນີ ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນ, ໂອ້ລົມ ແລະ ຊີ້ທິດເຍືອງທາງ ຕໍ່ຄະນະພັກ ອົງການປົກຄອງເມືອງ ໄຊເສດຖາ ເຊິ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນທີ່ທາງເມືອງຍາດມາໄດ້ ໃນໄລຍະ 10 ເດືອນຕົ້ນປີ ແລະ ກໍ່ໄດ້ສະແດງຄວາມຂອບໃຈ, ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາເຄື່ອນໄຫວວຽກງານ ແລະ ພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງເມືອງໄຊເສດຖາ ເຊິ່ງເປັນເມືອງທີສອງ ພາຍຫຼັງທີ່ ໄດ້ຖຶກມອບໝາຍໃຫ້ມາເປັນການນໍາ ແຂວງອັດຕະປື. ນອກນີ້ ທ່ານ ກໍ່ຍັງໄດ້ມີບາງຄໍາເຫັນເນັ້ນໜັກໃຫ້ຄະນະພັກເມືອງຈົ່ງສຶບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດຄື:
1. ສືບຕໍ່ເຮັດວຽກງານການເມືອງ -ແນວຄິດ ໃຫ້ຖັນແຖວສະມາຊິພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ ດ້ວຍຫຼາຍວິທີການທີ່ສອດຄ່ອງ ແຕ່ລະເປົ້າໝາຍ,
2. ເອົາໃຈໃສ່ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງຄະນະພັກແຂວງ, ມະຕິ VIII ຂອງອົງຄະນະພັກເມືອງ ແລະ ນິຕິກຳອື່ນໆຂອງພັກ, 3. ເພີ່ມທະວີວຽກງານຕິດຕາມກວດກາ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງພັກ-ລັດ ແລະ ຮາກຖານບ້ານ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງໃນທຸກຂົງເຂດວຽກງານ,
4. ເອົາໃຈໃສ່ກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງລັດໃຫ້ສົມຄູ່ກັບໜ້າວຽກຕົວຈິງ ແລະ ມີຄຸນນະພາບສູງ,
5. ສືບຕໍ່ປັບປຸງລະບົບການເມືອງ, ວຽກພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ ໃຫ້ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນວຽກພະນັກງານ, ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກເມືອງ,
6. ເອົາໃຈໃສ່ເຮັດເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນປົກກະຕິ ຮັກສາໄດ້ຄວາມສະຖຽນລະພາບທາງດ້ານການເມືອງ, ໃຫ້ເມືອງມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ; ພ້ອມທັງ ເຜີຍແຜ່ນະໂຍບາຍ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ທົ່ວເຖິງທຸກຊັ້ນຄົນ, ເຮັດໃຫ້ທຸກພາກສ່ວນມີ ພັນທະຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນທົ່ວປວງຊົນຮອບດ້ານ.
ຫລັງຈາກນັ້ນ, ທ່ານ ວັນທອງ ກອງມະນີ ພ້ອມດ້ວຍຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງຢ້ຽມຢາມຕາມຈຸດກຸ່ມບ້ານການຜະລິດກະສິກຳຂອງເມືອງ ໄຊເສດຖາ 2 ຈຸດ ຄື: ກຸ່ມການຜະລິດບ້ານໄຊສີ ແລະ ບ້ານນາພອກ ອີກດ້ວຍ.