ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ

ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ - 403861429 872694684543989 5280423805539086275 n - ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ
ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ - kitchen vibe - ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ
ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຝຣັ່ງ ໄດ້ຈັດຂຶ້ນ ໃນວັນທີ 17 ພະຈິກ ນີ້ ທີ່ ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊີວ-ແລັງ ຊູອອກ (Siv-Leng CHHUOR) ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ຕາງໜ້າໃຫ້ລັດຖະບານ ແຫ່ງ ສ ຝຣັ່ງ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ຊີວ-ແລັງ ຊູອອກ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະ ສາຍພົວພັນ​ມິດຕະພາບ ແລະ ການຮ່ວມມືທີ່ດີ ​ລະຫວ່າງ ​ສອງ​ປະ​ເທດ​ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງຕໍ່ເນື່ອງ; ສອງປະເທດ ໄດ້ລົງນາມສັນຍາ ວ່າດ້ວຍ ການຮ່ວມມື ດ້ານວິທະຍາສາດ, ເຕັກນິກ ແລະ ວັດທະນະທໍາ ໃນປີ 1989 ອັນເປັນພື້ນຖານແກ່ການຮ່ວມມື ລະຫວ່າງ ສອງປະເທດ; ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ; ປະຊາຊົນຂອງສອງປະເທດ ກໍໄດ້ໄປມາຫາສູ່ກັນ ແລະ ພົວພັນກັນຢ່າງເປັນປະຈຳ ແລະ ມີຈຳນວນເພີ່ມຂຶ້ນ. ໃນຂົງເຂດການພົວພັນເສດຖະກິດ-ສັງຄົມ, ສອງປະເທດ ໄດ້ຮ່ວມມືກັນໃນຫຼາຍຂົງເຂດ ເປັນຕົ້ນ: ສຶກສາ, ສາທາລະນະສຸກ, ພະລັງງານ, ກະສິກຳນິເວດ, ການທ່ອງທ່ຽວແບບຍືນຍົງ, ວັດທະນະທຳ ແລະ ດ້ານອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ພະຍາຍາມຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນ, ໃນນັ້ນມູນຄ່າການຄ້າສອງຝ່າຍ ບັນລຸເຖິງ 38 ລ້ານໂດລາ ໃນປີ 2022, ການລົງທຶນຂອງຝຣັ່ງ ຢູ່ໃນລາວ ມີມູນຄ່າທັງໝົດ 558 ລ້ານໂດລາ, ລວມມີ 227 ໂຄງການ ແລະ ຖືກຈັດເປັນອັນດັບທີ 8 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ນອກນັ້ນ, ສອງ​ປະ​ເທດ ຍັງ​ມີການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ​ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນ​ຂອບຝຣັ່ງໂກໂຟນີ, ​ອົງການສະຫະປະຊາຊາດ, ອາເຊັມ, ອາຊຽນ ​ແລະ ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະແດງ​ຄວາມ​ຂອບ​​ໃຈ ​ຕໍ່ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ ຂອງລັດຖະບານ ແລະ ປະຊາຊົນ ຝຣັ່ງ​ ແກ່ ສປປ ລາວ ​ໃນ​ໄລຍະຜ່ານ​ມາ, ກໍຄື​ຄຳ​ໝັ້ນ​ສັນຍາ ທີ່​ຈະສືບ​ຕໍ່​ໃຫ້ການຮ່ວມ​ມື​ເພື່ອການພັດທະນາ​ ແກ່ ສປປ ລາວ ໃນຕໍ່ໜ້າ ທັງໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງຢືນຢັນ​ທີ່​ຈະ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ລັດຖະບານ ​ຝຣັ່ງ ​ເພື່ອ​ສືບຕໍ່ຮັດແໜ້ນ ແລະ ຍົກລະດັບການ​ພົວພັນ​ມິດຕະພາບ ​ແລະ ​ການຮ່ວມ​ມື​ທີ່ມີໝາກຜົນຕົວຈິງຂອງສອງປະເທດ ໃຫ້ກ້າວ​ຂຶ້ນ​ສູ່​ລະດັບໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.
ໃນການສະເຫຼີມສະຫຼອງ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດໃນຄັ້ງນີ້, ສອງປະເທດ ຍັງໄດ້ຈັດຫຼາຍກິດຈະກໍາປິ່ນອ້ອມ ເຊັ່ນ: ທີ່ ນະຄອນຫຼວງປາຣີ ໄດ້ຈັດປາຖະກະຖາ ຢູ່ ມະຫາວິທະຍາໄລ ຊ໋ອກບອນ, ຈັດງານພົບປະສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວລາວ, ຈັດກອງປະຊຸມພາກທຸລະກິດ ລາວ-ຝຣັ່ງ. ໃນຂະນະດຽວກັນ, ທີ່ ນະຄອນຫຼວງວຽງຈັນ ກໍໄດ້ຈັດງານສັບປະດາເດີນແບບ ລາວ-ຝຣັ່ງ, ງານເທດສະການວັດທະນະທຳ ລາວ-ຝຣັ່ງ, ຮ່ວມກັນປູກຕົ້ນໄມ້ແຫ່ງມິດຕະພາບ ລາວ-ຝຣັ່ງ ທີ່ສວນເຈົ້າອະນຸວົງ ພິເສດ ສອງຝ່າຍຍັງໄດ້ຈັດກອງປະຊຸມພາກທຸລະກິດ ລາວ-ຝຣັ່ງ ທີ່ ນະຄອນຫຼວງວຽງຈັນ.
ລາວ ແລະ ຝຣັ່ງ ໄດ້ເຊັນສັນຍາມິດຕະພາບ ໃນວັນທີ 22 ຕຸລາ 1953 ແລະ ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ.
ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ - 5 - ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ
ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ - 4 - ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ
ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ - 3 - ສະຫຼອງ ຄົບຮອບ 70 ປີ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລາວ-ຝຣັ່ງ