ພິທີເປີດເວັບໄຊ້ປະທານອາຊຽນຂອງ ສປປ ລາວ
November 17, 2023 - 2:55 PM


ວັນທີ 17 ພະຈິກ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເຊິ່ງຊື່ແມ່ນ: https://laoschairmanship2024.gov.la/
ພາຍຫລັງພິທີເປີດເວັບໄຊ້ປະທານອາຊຽນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ກອງປະຊຸມດັ່ງກ່າວໄດ້ທົບທວນຄືນ ການກະກຽມໜ້າວຽກຮີບດ່ວນ ເຊັ່ນ: ການກຳນົດບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະ ສະະຖານທີ່ພັກເຊົາ; ພາຫະນະຂົນສົ່ງ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຄະນະຜູ້ແທນ ແລະ ນັກຂ່າວຕ່າງປະເທດ; ການປັບປຸງຖະໜົນຫົນທາງ ແລະ ສະຫນາມບິນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄວາມເປັນລະບຽບດ້ານຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ບຸກຄະລາກອນ; ແຜນງົບປະມານ; ສະຖານທີ່ທ່ອງທ່ຽວ ແລະ ອື່ນໆທີ່ມີຄວາມຈຳເປັນຕ້ອງກະກຽມລ່ວງໜ້າ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆມີຄວາມຄືບຫນ້າດີ ທີ່ຈະດໍາເນີນການເປັນປະທານອາຊຽນ ທີ່ຈະເລີ່ມຢ່າງເປັນທາງການໃນວັນທີ 1 ມັງກອນ 2024 ນີ້ ໂດຍສະເພາະ ການເປັນເຈົ້າພາບ ແລະ ປະທານບັນດາກອງປະຊຸມລະດັບລັດຖະມົນຕີທີ່ສໍາຄັນໃນໄລຍະປີ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນເດືອນ ຕຸລາ 2024.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ