ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ

ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ - 401584818 723787946435705 7631378094430248326 n - ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ
ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ - kitchen vibe - ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ຈັດຂຶ້ນວັນທີ 14 ພະຈິກ 2023 ເປັນປະທານໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ.

ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານ ຂໍ້ສະ ດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບັນດາວິສາຫະກິດຈີນ ທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ ທັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ພົບປະ ແລກປ່ຽນຄໍາຄິດເຫັນຢ່າງກົງໄກກົງມາ ແລະ ຊອກຫາວິທີທາງການແກ້ໄຂຮ່ວມກັນ ເພື່ອເປົ້າໝາຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ແນ່ໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ.

ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ

ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ ພ້ອມດຽວກັນນັ້ນ ນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ ມີຈຳນວນຫຼາຍກ່ວາ 900 ໂຄງການ ລວມມູນຄ່າຫຼາຍກ່ວາ 13 ຕື້ໂດລາສະຫະລັດ ເຊິ່ງເປັນປະເທດທີ່ມີມູນຄ່າການລົງທືນສູງທີ່ສຸດໃນ ສປປ ລາວ  ສໍາລັບ ປີ 2022 ມີການລົງທຶນຈາກ ສປ ຈີນ ທີ່ໄດ້ລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ ທັງໝົດ 30 ບໍລິສັດ ລວມເອົາມູນຄ່າການລົງທຶນທັງໝົດ 339 ລ້ານໂດລາສະຫະລັດ ໃນນັ້ນ ລົງທຶນໃນຂະແໜງບໍ່ແຮ່ ມີ 18 ໂຄງການ ພະລັງງານ 1 ໂຄງການ ຂະແໜງບໍລິການທີ່ປຶກສາ 3 ໂຄງການ ອຸດສາຫະກໍາ ແລະ ຫັດຖະກໍາ 6 ໂຄງການ ສາທາລະນະສຸກ 1 ໂຄງການ ຂະແໜງອື່ນໆ  2 ໂຄງການ.

ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ - 400550985 723788059769027 8957608391993999010 n 1024x683 - ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ

ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ - 4 - ນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຢູ່ພາຍໃນ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!