ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ

ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ - 402549556 766255072195468 5310683589974141563 n - ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ
ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ - kitchen vibe - ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ
ວັນທີ 14 ພະຈິກ 2023 ນີ້ ທ່ານ ສັນຕິພາບ ພົມວິຫານ ລາຍງານຮ່າງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ ຕໍ່ເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ຮ່າງກົດໝາຍວ່າດ້ວຍການບັນຊີ ປະກອບມີ 10 ພາກ, 12 ໝວດ, 89 ມາດຕາ ເຊິ່ງໄດ້ມີການປັບປຸງ 67 ມາດຕາ ແລະ ສ້າງໃໝ່ 1 ມາດຕາ. ພາຍຫລັງ ກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ ຈະເຮັດໃຫ້ກົດໝາຍ ວ່າດ້ວຍການບັນຊີ ມີເນື້ອໃນຄົບຖ້ວນ, ຊັດເຈນ, ມີປະສິດທິຜົນສູງຂຶ້ນ ເປັນບ່ອນອີງໃນການກຳນົດນະໂຍບາຍ ຊຸກຍູ້, ສົ່ງເສີມ ແລະ ສ້າງແຮງຈູງໃຈ ໃຫ້ຫົວໜ່ວຍຖືບັນຊີເຄື່ອນໄຫວ ຖືກຕ້ອງຕາມກົດໝາຍ, ມາດຕະຖານບັນຊີ, ລົບລ້າງການຖືບັນຊີ 2 ຫລື ຫລາຍລະບົບ ພ້ອມທັງຊຸກຍູ້ໃຫ້ມີການຖືບັນຊີຫລາຍຂຶ້ນ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນ ປະກົດຫຍໍ້ທໍ້ດ້ານການເງິນ ແລະ ການບັນຊີ, ພ້ອມທັງ ຈະເຮັດໃຫ້ການຄຸ້ມຄອງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນັກບັນຊີ ຂອງພາກລັດ ແລະ ເອກະຊົນ ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ ດ້ານວຽກງານບັນຊີ. ທັງຍົກສູງຄຸນນະພາບ ເອກະສານລາຍງານການເງິນ ໃຫ້ມີຄວາມຖືກຕ້ອງໂປ່ງໃສ, ທັນສະໄໝ ແລະ ສາມາດກວດສອບໄດ້ ພ້ອມທັງສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ຍັງຈະປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ, ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງການເງິນ-ການບັນຊີ ມີສະຕິເຄົາລົບກົດໝາຍ ແນໃສ່ການຄຸ້ມຄອງການເງິນແຫ່ງລັດ ໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ.
ທ່ານ ສັນຕິພາບ ພົມວິຫານ ກ່າວອີກວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ມາຮອດປັດຈຸບັນ ເຫັນວ່າ ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນ ໃນການຄຸ້ມຄອງການເງິນແຫ່ງລັດ ໂດຍສະເພາະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ມີປະສິດທິພາບ ແລະ ປະສິີດທິຜົນ, ທັງເປັນພື້ນຖານໃນການຄຸ້ມຄອງເກັບລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ທັນເວລາ ແລະ ສາມາດກວດສອບໄດ້. ເຖິງແນວໃດກໍຕາມ, ອີງໃສ່ສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ, ກົດໝາຍວ່າດ້ວຍ ການບັນຊີ ສະບັບນີ້ ໄດ້ນຳໃຊ້ມາເກືອບ 10 ປີແລ້ວ ເຫັນວ່າມີບາງເນື້ອໃນບໍ່ສອດຄ່ອງກັບສະພາບການຂະ ຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ບັນດາກົດໝາຍ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານບັນຊີ ໄດ້ມີການປັບປຸງ ຈຶ່ງເຮັດໃຫ້ມີບາງເນື້ອໃນ ຂອງກົດໝາຍວ່າດ້ວຍການບັນຊີ ບໍ່ສອດຄ່ອງ ແລະ ກົມກຽວກັນເທົ່າທີ່ຄວນ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ ຂຶ້ນກວ່າເກົ່າ.
ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ - 5 - ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ
ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ - 3 - ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ
ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ - 4 - ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍການບັນຊີ