ກໍາປູເຈຍຈັບຄົນລາວ-ໄທ 3 ຄົນ ລັກລອບຄ້າຂາຍຢາໄອສ໌ 100 ກວ່າກິໂລ
November 14, 2023 - 11:52 AM

ວັນທີ 11 ພະຈິກ, ສໍານັກງານປາບປາມຢາເສບຕິດຂອງກໍາປູເຈຍ ເປີດເຜີຍວ່າ: ຕໍາຫລວດປາບປາມຢາເສບຕິດກໍາປູເຈຍໄດ້ຈັບກຸມແກ້ງຊາວຕ່າງປະເທດ 3 ຄົນ ຂໍ້ຫາລັກລອບຄ້າຂາຍຢາເສບຕິດຜິດກົດໝາຍ ພ້ອມຢຶດຢາໄອສ໌ ທັງໝົດ 101 ກິໂລ.
ຜູ້ຊາຍຄົນໄທ 2 ຄົນ ທີ່ມີອາຍຸ 24 ປີ ແລະ 18 ປີ ຕາມລໍາດັບ ລວມທັງຜູ້ຊາຍຄົນລາວ ອາຍຸ 35 ປີ ຖືກຈັບກຸມໃນວັນທີ 9 ພະຈິກ ລະຫວ່າງການບຸກຄົ້ນເຮືອນຫລັງໜຶ່ງຢູ່ເຂດແປຣກປະນໍ ນະຄອນຫລວງພະນົມເປັນ ຂອງກໍາປູເຈຍ ຫລັງຈາກເຈົ້າໜ້າທີ່ດໍາເນີນການສອບສວນມາຫລາຍເດືອນ.
ທັງນີ້, ກໍາປູເຈຍບໍ່ມີໂທດປະຫານຊີວິດສໍາລັບຜູ້ຄ້າຂາຍຢາເສບຕິດ ໂດຍກົດໝາຍກໍາປູເຈຍລະບຸວ່າ: ຜູ້ທີ່ຖືກຕັດສິນວ່າມີຄວາມຜິດຂໍ້ຫາຄ້າຂາຍຢາເສບຕິດຫລາຍກວ່າ 80 ກຣາມ ອາດຮັບໂທດຕິດຄຸກຕະຫລອດຊີວິດ.