ໄອສແລນ (Iceland) ປະກາດສະຖານະການສຸກເສີນ ກຽມພ້ອມຮັບມືພູໄຟພົ່ນລາວາ
November 13, 2023 - 11:32 AM


ວັນທີ 11 ພະຈິກ 2023, ທາງການໄອສແລນໄດ້ປະກາດສະຖານະການສຸກເສີນກຽມພ້ອມຮັບມືກັບເຫດການພູໄຟ ຟາກຣາດັລຢາລ ມີທ່າອ່ຽງຈະພົ່ນເຖົ່າຖ່ານ (ລາວາ)ຫລາຍຂຶ້ນໃນມໍ່ໆນີ້ ພາຍຫລັງກວດພົບແຜ່ນດິນໄຫວຕິດຕໍ່ກັນຫລາຍຄັ້ງ,
ເບື້ອງຕົ້ນທາງການທ້ອງຖິ່ນໄອສແລນທີ່ຢູ່ໃນພື້ນທີ່ສ່ຽງໄພໄດ້ປະກາດເຕືອນ ແລະ ສັ່ງອົບພະຍົບພົນລະເຮືອນອອກຈາກພື້ນທີ່ດັ່ງກ່າວແລ້ວ ລວມທັງພື້ນທີ່ທີ່ເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງອິສລັງຄື ບລູລາກູນ ໂດຍທີ່ພູໄຟໜ່ວຍນີ້ເກີດຂຶ້ນຄັ້ງທໍາອິດໃນຮອບຫລາຍຮ້ອຍປີ ເມືອ່ຕົ້ນປີ 2021 ຜ່ານມາ ແລະ ໃນແຕ່ລະປີຈະເກີດການພົ່ນລາວາອອກມາຢ່າງຕໍ່ເນື່ອງໃນພື້ນທີ່ເຂດນີ້ ເຊິ່ງຄັ້ງຫລ້າສຸດເກີດຂຶ້ນໃນ ເດືອນກໍລະກົດຜ່ານມາ.
ໃນໄລຍະເວລານີ້ ແຮງສັ່ນສະເທືອນທີ່ເກີດຈາກ ການພົ່ນເຖົ່າຖ່ານ (ລາວາ)ຂອງພູໄຟ ເຮັດໃຫ້ຖະໜົນຫລາຍເສັ້ນຢູ່ໄອສແລນເກີດຮອຍແຍກ ທາງການແນະນໍາໃຫ້ພົນລະເຮືອນໃນພື້ນທີ່ອ້ອມຂ້າງເຝົ້າຕິດຕາມສະຖານະການຢ່າງໃກ້ຊິດ.
ອ້າງອີງ:
- https://www.reuters.com/world/europe/iceland-evacuates-town-over-concerns-volcanic-eruption-2023-11-11/
- https://www.theguardian.com/world/2023/nov/10/iceland-declares-state-of-emergency-over-volcanic-eruption-threat
- https://www.bloomberg.com/news/articles/2023-11-11/iceland-clears-town-near-blue-lagoon-on-volcanic-eruption-risk