ສໍາຫລວດ ແລະ ກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນຢູ່ແຂວງຊຽງຂວາງ


ໃນໂອກາດທີ່ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ປະທານຄະນະກຳມະການ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງຊຽງຂວາງ ເປັນປະທານກອງປະຊຸມພົບປະກັບ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກລັດຖະບານ ທີ່ໃຫ້ທຶນເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ໃນວັນທີ 8 ພະຈິກ 2023 ທ່ານໄດ້ລາຍງານວ່າ: ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລູກລະເບີດໃນໄລຍະສົງຄາມອິນດູຈີນ (ປີ 1964-1973) ຢ່າງໜັກໜ່ວງທີ່ສຸດ.ໃນນັ້ນ, ຍັງມີລູກລະເບີດທີ່ບໍ່ທັນແຕກ ຕົກຄ້າງຢູ່ຕາມພື້ນທີ່ຕ່າງໆຢ່າງຫລວງຫລາຍ ເປັນຕົ້ນ ພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງ. ພາຍຫລັງສົງຄາມສິ້ນສຸດລົງ, ລະເບີດບໍ່ທັນແຕກດັ່ງກ່າວ ຍັງສືບຕໍ່ທຳລາຍຊີວິດຂອງປະຊາຊົນລາວບັນດາເຜົ່າຕະຫລອດມາ ແລະ ຍັງເປັນອຸປະສັກກີດຂວາງ ຢ່າງໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນຕະຫລອດມາ ເຊິ່ງໃນແຕ່ລະປີຍັງມີປະຊາຊົນ ໄດ້ຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກຕະຫລອດມາ, ສະເພາະໃນປີ 2023 ມີ 8 ກໍລະນີ, ມີຜູ້ຮັບເຄາະຮ້າຍຈໍານວນ 15 ຄົນ, ເສຍຊີວິດ 5 ຄົນ, ເຮັດໃຫ້ປະຊາຊົນຍັງມີຄວາມຢ້ານກົວ ແລະ ບໍ່ໝັ້ນໃຈທີ່ຈະນໍາໃຊ້ດິນເຂົ້າໃນການທໍາການຜະລິດ ເນື່ອງຈາກວ່າພື້ນທີ່ສ່ວນຫລາຍແມ່ນຍັງມີລະເບີດບໍ່ທັນແຕກ ຕົກຄ້າງ ແລະບໍ່ມີຄວາມປອດໄພ.
ຕະຫລອດໄລຍະຫລາຍປີຜ່ານມາແຂວງຊຽງຂວາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ ສາມຄາດໝາຍບູລິມະສິດຕົ້ນຕໍຄື: ການໂຄສະນາຄວາມສ່ຽງໄພ ຈາກລະເບີດທີ່ບໍ່ທັນແຕກ ໃນພື້ນທີ່ຊຸມຊົນຕ່າງໆ; ການສໍາຫລວດ ແລະ ກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ຂອງປະຊາຊົນ ແລະ ພື້ນທີ່ພັດທະນາທີ່ຈຳເປັນຂອງແຂວງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກບັນດາປະເທດຜູ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາຕ່າງໆ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ປີ 1994 ເປັນຕົ້ນມາ. ມາເຖິງປັດຈຸບັນ ສາມາດກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງໄດ້ 18.805 ກວ່າເຮັກຕາ ເທົ່າກັບ 1,15% ຂອງເນື້ອທີ່ໃນທົ່ວແຂວງ, ສາມາດທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ 599.992 ໜ່ວຍ, ໃນນີ້ ມີໂບ່ມບີ່ 370.715 ໜ່ວຍ, ໂບ່ມໃຫຍ່ 530 ໜ່ວຍ, ມິ່ນ 280 ໜ່ວຍ ແລະ ສໍາພາວຸດອື່ນໆ ໄດ້ທັງໝົດ 228.467 ໜ່ວຍ ເຊິ່ງຂໍ້ມູນການຖີ້ມລະເບີດລູກຫວ່ານ ມີປະມານ 42.103.689 ລ້ານໜ່ວຍ, ໃນນັ້ນ ມີລະເບີດທີ່ບໍ່ທັນແຕກກວມ 30% ມີປະມານ 12.630.000 ກວ່າໜ່ວຍ.
ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ຊຽງຂວາງ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ບັນດາ ທູດປະເທດຕ່າງໆ ແລະ ຜ່ານທ່ານໄປຍັງຜູ້ໃຫ້ທຶນຕ່າງໆ ທີ່ໄດ້ເຫັນຄວາມສຳຄັນ ແລະ ເປັນຫ່ວງເປັນໃຍ ເຊິ່ງຍາມໃດກໍໄດ້ເປັນຄູ່ຮ່ວມງານທີ່ດີ, ເອົາໃຈໃສ່ຊອກຫາທຶນມາຊ່ວຍເຫລືອ ແຂວງຊຽງຂວາງ ຕະຫລອດມາ ແລະ ຫວັງຢ່າງຫຍິງວ່າ ຈະສືບຕໍ່ສະໜັບສະໜູນຊ່ວຍເຫລືອແຂວງຊຽງຂວາງໃນຕໍ່ໜ້າ. ທັງນີ້ ກໍເພາະວ່າ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງໄດ້ໃຊ້ເວລາຍາວນານ ແລະ ນໍາໃຊ້ງົບປະມານຫລວງຫລາຍ ເຊິ່ງໃນແຕ່ລະປີມີຄວາມຕ້ອງການກວດກູ້ລະເບີດ ອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງຢ່າງຫລວງຫລາຍ ແຕ່ຄວາມສາມາດສະໜອງຕົວຈິງ ແມ່ນຍັງຈຳກັດ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆຈຶ່ງຈະສາມາດແກ້ໄຂໄດ້.