ສ.ເກົາຫລີ ເລັ່ງຄວບຄຸມໂຕເຮືອດລະບາດ ສ້າງຄວາມຢ້ານກົວໃຫ້ປະຊາຊົນ


ທາງການ ສ.ເກົາຫລີ ເລັ່ງດໍາເນີນການຄວບຄຸມການແພ່ລະບາດຂອງໂຕເຮືອດ (Bed Bug) ຫລັງປາກົດລາຍງານການລະບາດຂອງແມງຊະນິດນີ້ແລ້ວຢ່າງໜ້ອຍ 17 ແຫ່ງຢູ່ນະຄອນຫລວງເຊອຸນ, ປູຊານ ແລະ ອິນຊອນ ເຊິ່ງຫລາຍຈຸດເປັນບ່ອນສາທາລະນະ ແລະ ສ້າງຄວາມກັງວົນໃຈໃຫ້ປະຊາຊົນ.
ໂດຍຄວາມຢ້ານໂຕເຮືອດ ເຊິ່ງເປັນແມງດູດເລືອດຂະໜາດນ້ອຍທີ່ມັກພົບໄດ້ຕາມບ່ອນນອນ, ເບາະນັ່ງ ຫລື ຕາມຊອກມຸມຂອງສະຖານທີ່ສາທາລະນະຕ່າງໆ ເຮັດໃຫ້ຊາວ ສ.ເກົາຫລີ ບາງສ່ວນໂຈະການເຂົ້າໂຮງຮູບເງົາ ແລະ ໃຊ້ບໍລິການຂົນສົ່ງສາທາລະນະເຊັ່ນ: ລົດໄຟໃຕ້ດິນທີ່ມີເບາະຜ້າ.
ຢູ່ນະຄອນຫລວງເຊອຸນ ທາງການທ້ອງຖິ່ນໄດ້ຕັ້ງທີມຮັບມື ພ້ອມທຸ້ມງົບປະມານ 500 ລ້ານວອນ ເພື່ອແກ້ໄຂບັນຫາໂຕເຮືອດໃນສະຖານທີ່ຕ່າງໆ ແລະ ກຽມກວດສອບສິ່ງອໍານວນຄວາມສະດວກ ແລະ ສະຖານທີ່ສາທາລະນະປະມານ 3.200 ແຫ່ງ ລວມທັງໂຮງແຮມ ແລະ ໂຮງອາບນໍ້າ. ຂະນະທີ່ມີແຜນອະນາໄມເບາະຜ້າຂອງລົດໄຟໃຕ້ດິນທົ່ວເມືອງ ໂດຍການອົບໄອນໍ້າເປັນປະຈໍາ ຫລື ປ່ຽນເບາະຜ້າເປັນວັດສະດຸອື່ນໆ.
ທັງນີ້, ເຖິງວ່າໂຕເຮືອດຈະບໍ່ແພ່ເຊື້ອພະຍາດ, ແຕ່ການຖືກກັດອາດເຮັດໃຫ້ເກີດອາການຄັນຮຸນແຮງ ແລະ ການເກົາເພື່ອບັນເທົາອາການຄັນອາດເຮັດໃຫ້ເກີດບາດແຜ ເຊິ່ງອາດນໍາໄປສູ່ການຕິດເຊື້ອ ຫລື ມີແປ້ວໄດ້.
ໂດຍລາຍງານການລະບາດຂອງໂຕເຮືອດຢູ່ ສ.ເກົາຫລີ ໄລຍະທໍາອິດປາກົດຂຶ້ນໃນເດືອນກັນຍາ ຢູ່ມະຫາວິທະຍາໄລແຫ່ງໜຶ່ງໃນເມືອງແທກູທາງຕາເວັນຕົກສຽງໃຕ້ ແລະ ຕໍ່ມາມີລາຍງານພົບໂຕເຮືອດທັງໃນຫ້ອງພັກນັກທ່ອງທ່ຽວ ແລະ ຫ້ອງຊາວນ່າສາທາລະນະ.
ເວັບໄຊຂ່າວ Edaily News ຂອງ ສ.ເກົາຫລີ ລາຍງານວ່າ: ຜູ້ຍິງອາຍຸ 34 ປີ ຊື່ວ່າຊອຍ ເຊິ່ງອາໄສຢູ່ນະຄອນຫລວງເຊອຸນ ຢ້ານໂຕເຮືອດຈົນຕ້ອງຫລີກລ່ຽງການນັ່ງລົດໄຟໃຕ້ດິນທີ່ມີເບາະຜ້າ ແລະ ສີດພົ່ນຢາຂ້າແມງໄມ້ທົ່ວເຮືອນ. ຂະນະທີ່ຜູ້ຊາຍອີກຄົນໜຶ່ງຢູ່ນະຄອນຫລວງເຊອຸນຊື່ວ່າຊໍ ໃຫ້ສໍາພາດວ່າ: ລາວ ແລະ ແຟນສາວ ຕັດສິນໃຈຢູ່ແຕ່ໃນເຮືອນຊົ່ວຄາວ.
ນອກຈາກນີ້, ພົບວ່າມີປະຊາຊົນຢູ່ນະຄອນຫລວງເຊອຸນຈໍານວນຫລາຍພາກັນໄປສູນບໍລິການສາທາລະນະສຸກໃນໄລຍະນີ້ ເພື່ອຂໍໃຫ້ກວດອາການແມງໄມ້ກັດ ແລະ ຂໍຄໍາແນະນໍາຈາກເຈົ້າໜ້າທີ່ກ່ຽວກັບມາດຕະການປ້ອງກັນທີ່ຄວນປະຕິບັດ.
ອ້າງອີງ: