ADB ຮັກສາຕົວເລກການເຕີບໃຫຍ່ ທາງເສດຖະກິດໃນອາຊີ 2017

- 1506394456846 960x0 - ADB ຮັກສາຕົວເລກການເຕີບໃຫຍ່ ທາງເສດຖະກິດໃນອາຊີ 2017
- kitchen vibe - ADB ຮັກສາຕົວເລກການເຕີບໃຫຍ່ ທາງເສດຖະກິດໃນອາຊີ 2017

ທະນາຄານ​ເພື່ອ​ການ​ພັດທະນາ​ອາຊີ (ADB) ລາຍ​ງານ​ວ່າ: ປະ​ເທດ​ກຳລັງ​ພັດທະນາ​ໃນ​ອາຊີ​ຍັງ​ຮັກສາ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ໃນ​ອັດຕາ​ທີ່​ໄວ​ຂຶ້ນ​ໃນ​ປີ​ນີ້ ​ແລະ ປີໜ້າ ​ໂດຍ​ໄດ້​ແຮງ​ໜຸນ​ຈາກ​ການ​ຄ້າ​ໂລກ ​ແລະ ການ​ຂະຫຍາຍຕົວ​ຂອງ​ຈີນ, ​ແຕ່​ອາດ​ມີ​ຄວາມ​ສ່ຽງ​ຈາກ​ການ​ດຳ​ເນີນ​ນະ​ໂຍບາຍ​ການ​ເງິນ​ທີ່​ເຂັ້ມງວດ​ຂຶ້ນຂອງ​ອາ​ເມ​ລິ​ກາ.

ສຳນັກງານ ADB ຢູ່​ຟີ​ລິບ​ປິນ ລາຍ​ງານ​ຄາດ​ວ່າ: ຕົວ​ເລກ​ການ​ເຕີບ​ໃຫຍ່​ໃນ​ອາຊີ​ຢູ່​ລະດັບ 5,9% ​ແລະ 5,8% ​ໃນ​ປີ 2017 ​ແລະ 2018 ຕາມ​ລຳດັບ ​ເຊິ່ງ​ເປັນ​ຕົວ​ເລກ​ເກົ່າ​ບໍ່​ປ່ຽນ​ແປງ​ຈາກ​ທີ່​ເຄີຍ​ຄາດ​ຄະ​ເນ​ໄວ້​ໃນ​ເດືອນ​ກໍລະກົດ, ​ແຕ່​ຖື​ວ່າ​ຫລາຍ​ກວ່າ 5,7% ທີ່​ເຄີຍ​ຄາດ​ການ​ໄວ້​ທັງ​ສອງ​ປີ​ໃນ​ລາຍ​ງານ​ທ່າ​ອ່ຽງການ​ພັດທະນາ​ອາຊີ​ໃນ​ເດືອນ​ເມສາ. ທ່ານ ຢາ​ຊູ​ຢູກິ ຊາ​ວາ​ດະ ຫົວໜ້າ​ທີ​ມ​ເສດຖະສາດ ADB ຖະ​ແຫລ​ງ​ໃນ​ລາຍ​ງານ​ຫລ້າ​ສຸດ​ປີ 2017 ຄາດ​ວ່າ: ​ເສດຖະກິດ​ຈີນ​ຈະ​ຂະຫຍາຍຕົວ 6,7% ​ແລະ 6,4% ​ໃນ​ປີນີ້ ​ແລະ ປີໜ້າ. ຕົວ​ເລກ​ການ​ເຕີບ​ໃຫຍ່​ໂດຍ​ລວມ​ໃນ​ອາຊີ​ຢູ່​ໃນ​​ໄລຍະ​ຂາ​ຂຶ້ນ ​ໂດຍ​ແນະນຳ​ວ່າ​ປະ​ເທດ​ກຳລັງ​ພັດທະນາ​ໃນ​ອາຊີ​ຄວນ​ຖື​ໂອກາດ​ໄລຍະ​ເສດຖະກິດ​ທີ່​ດີ​ໃນ​ໄລຍະ​ອັນ​ໃກ້​ນີ້​ລົງທຶນ​ໃນ​ໂຄງ​ສ້າງ​ພື້ນຖານ, ຍົກ​ລະດັບ​ການ​ຜະລິດ ​ແລະ ຮັກສາ​ນະ​ໂຍບາຍ​ເສດຖະກິດ​ທີ່​ເອື້ອປະ​ໂຫຍ​ດຕໍ່​ການ​ເຕີບ​ໃຫຍ່​ໃນ​ໄລຍະ​ຍາວ. ​ເສດຖະກິດ​ໃນ​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈະ​ຂະຫຍາຍຕົວ 5% ​ໃນ​ປີ​ນີ້ ​ແລະ 5,1% ​ໃນ​ປີໜ້າ. ADB ລາຍ​ງານ​ວ່າ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ ​ແລະ ​ໄຕ້​ຫວັນ ຈະ​ໄດ້​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ເສດຖະກິດ​ແບບ​ຜ່ອນຄາຍ, ​ແຕ່​ບາງ​ປະ​ເທດ​ອາດ​ມີ​ບັນຫາ​ຄວາມ​ສ່ຽງ​ເງິນ​ເຟີ້.

- Visit Laos Visit SALANA BOUTIQUE HOTEL - ADB ຮັກສາຕົວເລກການເຕີບໃຫຍ່ ທາງເສດຖະກິດໃນອາຊີ 2017
- 3 - ADB ຮັກສາຕົວເລກການເຕີບໃຫຍ່ ທາງເສດຖະກິດໃນອາຊີ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!