ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ

ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ - 399478078 805787114889453 1039549109085602147 n - ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ
ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ - kitchen vibe - ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ

ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ລາຍງານວ່າ: ວັນທີ 5 ພະຈິກ 2023 ນີ້ ໄດ້ສົມທົບກັບໂຄງການສ້ອມແປງທາງຫຼວງແຫ່ງຊາດເລກທີ 14  ລົງກວດກາສະຖານທີ່ຕົວຈິງ ຂົວຫັກຢູ່ຫ້ວຍທ່າຮາວ ລະຫວ່າງບ້ານສີວິໄລ ຫາ ບ້ານທ່າຄໍ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 11.

ຜ່ານການກວດກາ ເຫັນລົດເຄນຫຼື ລົດຍົກໃຫຍ່ ນໍ້າໜັກລວມ 42 ໂຕນ ຢູ່ກາງຂົວຫ້ວຍທ່າຮາວ, ຂົວດັ່ງກ່າວ ເປັນຂົວເບເລ ສາມາດຮັບນຳ້ໜັກໄດ້ 8 ໂຕນ.

ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ - Visit Laos Visit SALANA BOUTIQUE HOTEL - ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ

ຈາກການສືບສວນຂໍ້ມູນພົບວ່າ ເຫດການເກີດຂຶ້ນ ເວລາປະມານ 22 ໂມງ ຂອງວັນທີ 4 ພະຈິກ 2023, ລົດຍົກໄດ້ແລ່ນມາຈາກເມືອງໜອງບົກ ແຂວງຄຳມ່ວນ ເປັນລົດຂອງບໍລິສັດເອກະຊົນ ລົດດັ່ງກ່າວ ຜ່ານຂົວປາກເຊບັ້ງໄຟ ຊາຍແດນ ສະຫວັນນະເຂດ-ຄຳມ່ວນ ມຸ່ງໜ້າໄປແຂວງຈຳປາສັກ; ລົດເຂົ້າຂ້າມຂົວໄປແລ້ວປະມານ 60 ແມັດ ເຮັດໃຫ້ຂົວຫັກລົງກະທັນຫັນ ແລະ ບໍ່ສາມາດນຳໃຊ້ສັນຈອນໄດ້. ສະນັ້ນຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບ ໃຫ້ບໍລິສັດ ຜູ້ກະທຳຜິດ ເຈົ້າຂອງລົດຍົກ ເປັນຜູ້ສ້ອມແປງຄືນ, ເຊິ່ງໄລຍະການສ້ອມແປງແມ່ນຈະໃຫ້ສຳເລັດພາຍໃນເວລາ 3 ເດືອນ.

ທ່ານໃດທີ່ສັນຈອນໄປເສັ້ນທາງ ດັ່ງກ່າວແມ່ນໃຫ້ໄປຕາມເສັ້ນທາງເລກທີ 13 ໃຕ້ລ້ຽວເຂົ້າຂ້າງປໍ້ານໍ້າມັນ ພີທີທີ ຂ້າງໂຮງງານນໍ້າຕານມິດລາວ ຈຸດບ້ານແກ້ງແຮດ ເມືອງໄຊບູລີ ອອກໄປໃສ່ບ້ານນາສັງ ເປັນທາງດິນແດງໄລຍະທາງ 18 ກິໂລແມັດ ຈຶ່ງອອກໄປບ້ານປາກເຊບັ້ງໄຟ ແລ້ວໄປແຂວງຄຳມ່ວນ, ປະຊາຊົນທີ່ນຳໃຊ້ເສັ້ນທາງເລກທີ 11 ມາຈາກແຂວງຄຳມ່ວນ, ຈາກບ້ານປາກເຊບັ້ງໄຟ ເພື່ອໄປແກ້ງກະເບົາ ຫລື ໄປເສັ້ນທາງເລກທີ 13 ໃຕ້ ກໍແມ່ນນຳໃຊ້ເສັ້ນທາງດຽວກັນ.

ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ - 4 - ຂົວຫັກ ຍ້ອນລົດນໍ້າໜັກເກີນຂະໜາດຂອງຂົວ ເຈົ້າຂອງລົດຮັບຜິດຊອບສ້ອມແປງໃຫ້ແລ້ວພາຍໃນ 3 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!