ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ

ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ - 11093 - ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ
ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ - kitchen vibe - ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ

ວັນທີ 25 ຕຸລາ 2023, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ພ້ອມດ້ວຍນັກປະພັນເພງ ຊື່ດັງ (ອາຈານ ດອກເພັກ ແດນ ຈຳພອນ) ແລະ ນັກຮ້ອງທີ່ມີຊື່ສຽງ (ລັ່ງ ແສງອຳພອນ) ໄດ້ນຳເອົາເພງທີ່ມີຊື່ວ່າ: “ວິລະຊົນແຮງງານຕົວຈິງ” ມອບໃຫ້ແກ່ ທ່ານ ເກຍ ອູ໊ສິດທິເດດ ແຫ່ງຊາດ ເພື່ອເປັນການເຊີດຊູກຽດສັກສີ ແລະ ເຫັນໄດ້ຄວາມສຳຄັນຂອງ ນັກພັດທະນາດີເດັ່ນແຫ່ງຊາດ ໜຶ່ງດຽວຂອງ ສປປ ລາວ.

ທ່ານ ໂພສີສ້ອຍ ກຸທິລາດ ກ່າວມີຄຳເຫັນ ແລະ ຂອບໃຈ ຕໍ່ທ່ານ ເກຍ ອູ໊ສິດທິເດດ ທີ່ມີນໍ້ໃຈເສຍສະຫລະປະກອບສ່ວນເຂົ້າໃສ່ການພັດທະນາ, ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ແຂວງສະຫວັນນະເຂດ, ປະກອບສ່ວນຊ່ວຍເຫລືອສັງຄົມ ກໍຄືການຈັດຕັ້ງຕ່າງໆດ້ວຍທຶນຮອນຂອງຕົນເອງ ແລະ ຄອບຄົວດ້ວຍຄວາມສະໝັກໃຈ. ດັ່ງນັ້ນຈຶ່ງໄດ້ມອບລີຂະສິດເພງດັ່ງກ່າວໃຫ້ຄອບຄົວທ່ານ ເກຍ ອູ໊ສິດທິເດດ, ເພື່ອເປັນການເຜີຍແຜ່ຜົນງານອັນໂດດເດັ່ນຂອງວິລະຊົນແຮງງານຄົນທຳອິດຂອງ ສປປ ລາວ ອອກສູ່ສັງຄົມຢ່າງກວ້າງຂວາງ ໂດຍຜ່ານສື່ຕ່າງໆຢ່າງຖືກລະບຽບກົດໝາຍ.

ທ່ານ ເກຍ ອູ໊ສິດທິເດດ ທີ່ ເປັນນັກທຸລະກິດດີເດັ່ນ ເປັນນັກພັດທະນາຊົນນະບົດໃນການລຶບລ້າງ  ຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະປະຊາຊົນແຂວງ ສະຫວັນນະເຂດ ຍອມສະຫຼະແຮງຊັບ ສ່ວນຕົວຫຼາຍຕື້ກີບເພື່ອໄປຊ່ວຍເຫຼືອ, ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຫຼາຍຮ້ອຍຊີວິດໃຫ້ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກໄດ້ສະດວກສະບາຍຫຼາຍຂຶ້ນ.

ຜ່ານມາ ໄດ້ຮັບລາງວັນນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019 ໃນສາຂາ SME ແລະ ນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ” ຈາກການຊ່ວຍເຫຼືອ ແລະ ພັດທະນາສັງຄົມ, ຫຼຽນພັດທະນາດີເດັ່ນແຫ່ງຊາດໃນປີ 2015, ໄດ້ຮັບການຍ້ອງຍໍຫຼາຍຂັ້ນບໍ່ວ່າຈະເປັນຫຼຽນພັດທະນາຕ່າງໆຊັ້ນ1-2-3 , ລາງວັນ ASIAN BUSSINESS AWARDS (ABA) 2019     “ນັກພັດທະນາຊົນນະບົດໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນ”.

ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ - 4 - ມອບລີຂະສິດເພງ “ວິລະຊົນແຮງງານຕົວຈິງ” ໃຫ້ນັກພັດທະນາດີເດັ່ນແຫ່ງຊາດຄົນທຳອິດຂອງ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!