ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ

ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ -                                 - ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ
ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ - kitchen vibe - ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ

ວັນທີ 27 ຕຸລາ 2023, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການຮ່ວມມືສາກົນ ສ ເກົາຫລີ (KOICA) ປະຈຳລາວ ໄດ້ເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງເພື່ອປັບປຸງວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວ, ລະຫວ່າງ ທ່ານ ໄພເລີດ ພົນບູລົມ ຫົວໜ້າກົມແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ມີຢອງຈິນ ຄິມ ຫົວໜ້າອົງການ KOICA ປະຈຳລາວ.

​ເພື່ອເປັນການຮ່ວມມືໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍຶືນຍົງເພື່ອປັບປຸງວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການ KOICA ແລະ ສະຖາບັນການເຕີບໂຕສີຂຽວສາກົນ ຮອດປີ 2027, ເຊິ່ງຄາດວ່າຈະສົ່ງເສີມການວາງແຜນການເຕີບໂຕສີຂຽວ ແລະ ການພັດທະນາແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ແຂວງ, ໂຄງການນີ້ຈະເພີ່ມຂີດຄວາມສາມາດໃນການຄຸ້ມຄອງສິ່ງເສດເຫລືອ ຂອງນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ໂດຍການສ້າງລະບົບການຈັດການສິ່ງເສດເຫລືອແບບບໍ່ລວມສູນ (DEWACS) ແລະ ສ້າງໂຮງງານຜະລິດຝຸ່ນບົ່ມຈາກສິ່ງເສດເຫລືອມາເປັນຊັບພະຍາກອນ (IRRC) 2 ແຫ່ງທີ່ເມືອງສັງທອງ ນະຄອນຫລວງວຽງຈັນ ແລະ ວັງວຽງ ແຂວງວຽງຈັນ.

ໂຄງການນີ້ຍັງຈະເສີມຂະຫຍາຍການບໍາບັດ ແລະ ການຄຸ້ມຄອງນໍ້າເປື້ອນໂດຍການກໍ່ສ້າງລະບົບບໍາບັດນ້ຳເປື້ອນແບບບໍ່ລວມສູນ (DEWATS) ແລະ ໂຮງງານບຳບັດອາຈົມ (FSTP) ທີ່ນະຄອນໄກສອນ ພົມວິຫານ, ໂຄງການມີງົບປະມານທັງໝົດ 10,5 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກສາທາລະນະລັດເກົາຫລີຜ່ານ ອົງການ KOICA.

 

ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ - 3 - ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ
ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ - 5 - ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ
ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ - 4 - ລາວ-ເກົາຫລີ ຮ່ວມມືກັນປະຕິບັດໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງ ໃນ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!